ກອງປະຊຸມຜູ້ປະຈຳການລັດຖະບານກ່ຽວກັບວິທີຈັດແບ່ງແຫຼ່ງທຶນໃຫ້ບັນດາໂຄການສຳຄັນແຫ່ງຊາດ

(VOVWORLD) -ຕອນບ່າຍວັນທີ 13 ສິງຫາ, ຢູ່ສຳນັກງານລັດຖະບານ, ປະຈຳການລັດຖະບານໄດ້ຈັດກອງປະຊຸມປະກອບຄຳເຫັນກ່ຽວກັບວິທີຈັດແບ່ງຈຳນວນເງິນ 10 ຕື້ດົ່ງ ຈາກແຫຼ່ງດັດປັບຫຼຸດຜ່ອນແຫຼ່ງທຶນຄາດຄະເນຈັດແບ່ງໃຫ້ບັນດາໂຄງການສຳຄັນແຫ່ງຊາດ ແຜນການລົງທຶນພາກລັດໄລຍະກາງ, ໄລຍະ 2016 – 2020.

ກອງປະຊຸມຜູ້ປະຈຳການລັດຖະບານກ່ຽວກັບວິທີຈັດແບ່ງແຫຼ່ງທຶນໃຫ້ບັນດາໂຄການສຳຄັນແຫ່ງຊາດ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

(ພາບປະກອບ: VGP)

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ກະຊວງແຜນການ ແລະ ການລົງທຶນຫວຽດນາມ ເປັນເຈົ້າພາບພ້ອມກັບບັນດາກະຊວງທີ່ກ່ຽວຂ້ອງສືບຕໍ່ຮັບເອົາຄຳເຫັນຈາກບັນດາສະມາຊິກລັດຖະບານ ສ້າງແຜນການຈັດແບ່ງທຶນໃຫ້ສົມບູນແບບ ກ່ອນທີ່ລາຍງານຕໍ່ຄະນະປະຈຳສະພາແຫ່ງຊາດ. ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງບຸລິມະສິດທຶນໃນໜ້າທີ່ຮີບດ່ວນແມ່ນປ້ອງກັນຕ້ານໄພທຳມະຊາດ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ສະພາບດິນເຊາະເຈື່ອນຢູ່ຝັ່ງແມ່ນ້ຳ, ຝັ່ງທະເລຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແລະ ສະພາບນ້ຳແກ່ງຢູ່ທາງພາກເໜືອ.

ຕອບກັບ

ຂ່າວ/ບົດ​ອື່ນ