ກອງປະຊຸມຜູ້ລາຍງານບັນດາແຂວງ, ນະຄອນທາງພາກເໜືອ

ກອງປະຊຸມຜູ້ລາຍງານບັນດາແຂວງ, ນະຄອນທາງພາກເໜືອ - ảnh 1
ກອງ​ປະຊຸມ​ຜູ້​ລາຍ​ງານ​ບັນດາ​ແຂວງ, ນະຄອນ​ທາງ​ພາກ​ເໜືອ
(ພາບ: baothuathienhue.vn)


(vovworld) - ວັນ​ທີ 17/02, ຢູ່​ນະຄອນ​ເຫ໋ວ, ​ໄດ​້ດຳ​ເນີນ​ກອງ​ປະຊຸມ​ຜູ້​ລາຍ​ງານ​ບັນດາ​ແຂວງ, ນະຄອນ​ທາງ​ພາກ​ເໜືອ, ບັນ​ດາ​ອົງການ, ອົງຄະ​ນະ​ພັກ​ຂຶ້ນ​ກັບ​ສູນ​ກາງ ​ໂດຍ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ສົມທົບ​ກັບ​ຄະນະ​ພັກ​ແຂວງ ​​ເທື່ອ​ທຽນ​ເຫ໋ວ ຈັດ​ຕັ້ງ.

        ກອງ​ປະຊຸມ​ໄດ້​ເປັນ​ເອກະ​ພາບ​ໂດຍຖືວ່າ​ປີ 2014 ​ແມ່ນ​ປີ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ​ຢ່າງ​ວ່ອງໄວ ແລະ ກະກຽມບັນດາ​ວຽກ​ງານ​ກ້າວ​ໄປ​ເຖິງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ແມ່ນ​ປີ​ທຳ​ອິດ​ປະຕິບັດ​ລັດຖະທຳ​ມະນູນ​ປີ 2013. ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ສະ​ເໜີ​ໃຫ້​ຄະນະ​ໂຄສະນາ​ສຶກສາ​ທຸກ​ຂັ້ນ ຕັ້ງໜ້າ​ຊີ້​ນຳ​ບັນດາ​ອົງການ​ສືມວນຊົນ, ກະຕຸກ​ຊຸກຍູ້​ຜູ້​ລາຍ​ງານ, ຜູ້​ໂຄສະນາ, ​ເພື່ອໂຄສະນາ​ເຜີຍແຜ່​ຈິດ​ໃຈ ​ແລະ ​ເນື້ອ​ໃນພື້ນຖານ, ບັນດາ​ຈຸດ​ໃໝ່​ເຊິ່ງໄດ້​ຮັບ​ການ​ປັບປຸງ, ​ເພີ່ມ​ຕື່ມ​ໃນລັດຖະທຳ​ມະນູນ​ປີ 1992 ຕິດ​ພັນ​ກັບ​ການ​ໂຄສະນາ​ຫົວ​ເລື່ອງ ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ ​ເຖິງ​ປະຊາຊົນ​ທຸກ​ຊັ້ນ​ວັນ​ນະ​ພາຍ​ໃນ​ປະ​ເທດ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ.

ຂ່າວ/ບົດ​ອື່ນ