(vovworld)- ກອງປະຊຸມຜູ້ວ່າການ,ເຈົ້າຄອງນະຄອນຫລວງບັນດາປະເທດອາຊຽນ ຄັ້ງທີ 1 ຖືກຈັດຂຶ້ນ ຢູ ຢາກາກຕາ ໄດ້ອັດລົງໃນວັນທີ 19/9 ດ້ວຍຖະແຫລງການຮ່ວມ ຢາກາກຕາ ກ່ຽວກັບການຮ່ວມມືລະຫວ່າງ ອຳນາດການປົກຄອງນະຄອນ- ນະຄອນຫລວງບັນດາປະເທດສະມາຊິກ ອາຊຽນ. ຖະແຫລງການຮ່ວມເນັ້ນຫນັກເຖິງທີ່ຕັ້ງ ແລະ ບົດບາດສຳຄັນຂອງອຳນາດການປົກຄອງນະຄອນຫລວງບັນດາປະເທດສະມາຊິກ ອາຊຽນ, ເຫັນດີເຜີຍແຜ່, ໂຄສະນາໃນປະຊາຊົນກ່ຽວກັບອາຊຽນ, “ວິໄສທັດດຽວ, ສີສັນດຽວ, ປະຊາຄົມອາຊຽນດຽວ”. ຖະແຫລງການໄດ້ຢືນຢັນ: ສືບຕໍ່ຮັກສາ ແລະ ເສີມຂະຫຍາຍບັນດາຄຳໝັ້ນສັນຍາທີ່ໄດ້ເຫັນດີເປັນເອກະສັນທີ່ເວທີປາໄສຜູ້ວ່າການ, ເຈົ້າຄອງບັນດານະຄອນ ອາຊຽນ ຊື່ງດຳເນີນໄປໃນວັນທີ 24-25/10/2011 ຢູ່ Surabaya ປະເທດ ອິນໂດເນເຊຍ.
ນຳຫນ້າຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ, ທ່ານ ຫງວຽນວັນສືວ ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ມີບົດປະກອບຄຳເຫັນແນະນຳບັນດາຜົນງານໃນທຸກຂົງເຂດຄື: ການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມຂອງຮ່າໂນ້ຍ ແລະ ຢືນຢັນ: ຮ່າໂນ້ຍ ມີທີ່ຕັ້ງບົດບາດສຳຄັນໃນວິວັດການສ້າງປະຊາຄົມອາຊຽນຂອງຫວຽດນາມ.