(vovworld) – ໃນກອງປະຊຸມລັດຖະມົນຕີການຕ່າງປະເທດດຳເນີນໄປໃນວັນທີ 02/12, ຢູ່ບຣຸກແຊນ, ປະເທດແບນຊິກ, ລັດຖະມົນຕີການຕ່າງປະເທດຂອງ 28 ປະເທດສະມາຊິກ NATO ໄດ້ເຫັນດີສ້າງຕັ້ງກຳລັງປະຕິກິລິຍາໄວໂດຍຊົ່ວຄາວ, ໃນຂະນະທີ່ພວມລໍຖ້າກຳລັງທີ່ທັນສະໄໝກວ່າ ເຊິ່ງພວມໄດ້ຮັບການກະກຽມເພື່ອປົກປັກຮັກສາເຂດດິນແດນທັງໝົດຂອງບັນດາປະເທດພັນທະມິດໃນກໍ່ລະນີຖືກນາບຂູ່. ກ່າວຄຳເຫັນທີ່ການປະຊຸມຂ່າວ ຢູ່ສຳນັກງານ NATO, ຢູ່ບຣຸກແຊນ, ທ່ານເລຂາທິການໃຫຍ່ NATO Jens Stoltenberg ໃຫ້ຮູ້ວ່າ, ກຳລັງດັ່ງກ່າວໄດ້ສ້າງຕັ້ງໃນຕົ້ນປີ 2015 ດ້ວຍຈຳນວນທະຫານຂອງເຢຍລະມັນ, ນອກແວ, ໂຮນລັງ. ຄຽງຂ້າງນັ້ນ, ບັນດາລັດຖະມົນຕີການຕ່າງປະເທດ NATO ກໍ່ຖະແຫຼງສະໜັບສະໜູນຢູແກຼນ ເມື່ອລັດຖະບານໃໝ່ພວມດຳເນີນການປະຕິຮູບຢ່າງເປັນພື້ນຖານ.