ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ
ພາບ:vov
|
(vovworld)- ຕອນເຊົ້າວັນທີ 6/7, ຢູ່ ຮ່າໂນ້ຍ, ກະຊວງຄົມມະນາຄົມຂົນສົ່ງ ໄດ້ຈັດຕັ້ງກອງປະຊຸມສະຫລຸບ 5 ປີແຫ່ງວຽກງານກໍ່ສ້າງ, ຄຸ້ມຄອງຄົມມະນາຄົມຊົນນະບົດ ຕິດພັນກັບຈຸດໝາຍກໍ່ສ້າງຊົນນະບົດໃຫມ່ ແລະ ຜັນຂະຫຍາຍທິດທາງຫນ້າທີ່ໄລຍະ 2016-2020. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ຫົວຫນ້າຄະນະຊີ້ນຳໂຄງການຈຸດໝາຍແຫ່ງຊາດກໍ່ສ້າງຊົນນະບົດໃຫມ່ ໄດ້ເນັ້ນຫນັກວ່າ ເພື່ອສືບຕໍ່ປະຕິບັດກໍ່ສ້າງຄົມມະນາຄົມຊົນນະບົດໃຫ້ໄລຍະຕໍ່ໄປ ບັນຫາສຳຄັນທີ່ສຸດແມ່ນຕ້ອງລະດົມແຫລ່ງກຳລັງຂອງສູນກາງ, ທ້ອງຖິ່ນ ແລະ ປະຊາຊົນພ້ອມກັນເຂົ້າຮ່ວມ. ບັນດາເຂດທຸກຍາກຕ້ອງລະດົມງົບປະມານເປັນຕົ້ນ, ຫ້າມລະດົມການປະກອບສ່ວນຈາກຜູ້ທຸກຍາກ.