ກອງປະຊຸມສປຊກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຍັງບໍ່ທັນບັນລຸໄດ້ ຄວາມເຫັນດີດ້ານການເງິນ
(ພາບປະກອບ)
(vovworld) - ກອງປະຊຸມສະຫະປະຊາຊາດ (ສປຊ) ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ທີ່ພວມດຳເນີນໄປຢູ່ໂປໂລຍ ພວມກ້າວເຂົ້າສູ່ຊຸມມື້ສຸດທ້າຍ, ແຕ່ບັນດາປະເທດຍັງບໍ່ທັນບັນລຸໄດ້ຄວາມເຫັນດີເຫັນພ້ອມຕໍ່ບັນຫາທີ່ມີລັກສະນະຕັດສິນ ນັ້ນແມ່ນການເງິນທີ່ສະຫງວນໃຫ້ບັນດາປະເທດພວມພັດທະນາ. ທ່ານ Alden Meter, ຜູ້ອຳນວນການອົງການສິ່ງແວດລ້ອມ “ສຳພັນທະມິດບັນດານັກວິທະຍາສາດທີ່ເອົາໃຈໃສ່ເຖິງບັນຫາການປ່ຽນແປງຂອງດິນຟ້າອາກາດ”, ວັນທີ 19/11 ໃຫ້ຮູ້ວ່າ ບັນຫາການເງິນພວມສ້າງຄວາມບໍ່ພໍໃຈທີ່ກອງປະຊຸມ. ບັນດາປະເທດພວມພັດທະນາປາດຖະໜາຢາກໃຫ້ປະເທດພັດທະນາຮັກສາຄຳໝັ້ນສັນຍາຂອງຕົນທີ່ຍົກອອກມາເມື່ອປີ 2009 ກ່ຽວກັບການເພີ່ມເງິນອຸປະຖຳຂຶ້ນເຖິງ 100 ຕື້ USD/ປີ ໃນປີ 2020 ເພື່ອຊ່ວຍໃຫ້ບັນດາປະເທດພວມພັດທະນາກະກຽມ ແລະ ຮັບມືກັບຜົນສະທ້ອນຈາກວິວັດການປ່ຽນແປງຂອງດິນຟ້າອາກາດ. ຕາມການຄາດຄະເນແລ້ວ, ໃນວັນທີ 20/11, ບັນດາລັດຖະມົນຕີຈະເລີ່ມປຶກສາຫາລືກ່ຽວກັບບັນຫາການເງິນ.