(ພາບປະກອບ )
(vovworld)- ຕອນເຊົ້າວັນທີ 11/9, ຢູ່ນະຄອນດ່ານັງ, ກະຊວງຖະແຫຼງຂ່າວ ແລະ ສື່ສານ, ຄະນະໂຄສະນາສຶກສາສູນກາງ ແລະ ສະພາທິດສະດີວິຈານວັນນະຄະດີ-ສິລະປະສູນກາງ ໄດ້ຈັດກອງປະຊຸມສື່ມວນຊົນສິລະປະທົ່ວປະເທດປີ 2013.
ໃນໄລຍະຈະມາເຖິງ, ສື່ມວນຊົນວັນນະຄະດີ, ສິລະປະ ສືບຕໍ່ຕິດພັນ, ຍູ້ແຮງການໂຄສະນາປະຕິບັດມະຕິກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກ; ໂຄສະນາໝາກຜົນສະຫລຸບ 15 ປີແຫ່ງການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ 8 ກ່ຽວກັບ “ການສ້າງ ແລະ ພັດທະນາພື້ນຖານວັດທະນະທຳຫວຽດນາມກ້າວໜ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ“, ເລືອກບັນດາຮູບການທີ່ເໝາະສົມເພື່ອໂຄສະນາ, ຜ່ານບັນດາບົດຂຽນ, ສື່ມວນຊົນ, ວັນນະຄະດີສິລະປະປະກອບສ່ວນຕໍ່ສູ້ຕ້ານບັນດາປະກົດການຫຍໍ້ທໍ້ໃນສັງຄົມ…ກ່າວຄຳເຫັນທີ່ກອງປະຊຸມ, ທ່ານໂດ໋ກຸຍຢວ໋ານ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ສື່ສານ ເນັ້ນໜັກວ່າ:
“ນີ້ແມ່ນວຽກງານຈຳເປັນ, ກໍ່ແມ່ນໂອກາດເພື່ອໃຫ້ຖັນແຖວນັກຂ່າວສິລະປະພາຍໃນປະເພດພົບປະ, ແລກປ່ຽນກັນ. ພິເສດແມ່ນຊ່ວຍໃຫ້ບັນດາອົງການຄຸ້ມຄອງລັດກຳນົດນະໂຍາຍ, ກົດໝາຍກໍ່ຄືບາງກົນໄກໃຫ້ແກ່ການເຄື່ອນໄຫວສື່ມວນຊົນ, ໃນນັ້ນມີສື່ມວນຊົນສິລະປະ. ໃນໂອກາດສະຫລຸບ 15 ປີແຫ່ງການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ 8 ກ່ຽວກັບ “ການສ້າງ ແລະ ພັດທະນາພື້ນຖານວັດທະນະທຳຫວຽດນາມກ້າວໜ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ“ ນັັ້ນ, ແນ່ນອນວ່າ, ສື່ມວນຊົນສິລະປະຈະແມ່ນໜຶ່ງໃນບັນດາຫົວໜ່ວຍຕົ້ນຕໍ“.