ກອງປະຊຸມສະໄໝສາມັນຄັ້ງທີ 8, ສະພາແຫ່ງຊາດຊຸດທີ 14: ສະພາແຫ່ງຊາດຊັກຖາມ 4 ໝວດບັນຫາ

(VOVWORLD) -ຕາມລາຍການຂອງກອງປະຊຸມຄັ້ງທີ 8, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ໃນລະຫວ່າງວັນທີ 06 - 08 ພະຈິກ, ສະພາແຫ່ງຊາດ ຈະດຳເນີນການຊັກຖາມບັນດາລັດຖະມົນຕີກ່ຽວກັບບັນດາບັນຫາຂຶ້ນກັບຄວາມຮັບຜິດຊອບ ແລະ ຂົງເຂດເຊິ່ງລັດຖະມົນຕີຮັບຜິດຊອບ.

ພາຍຫຼັງລວບລວມຄຳເຫັນຈາກບັນດາສະມາຊິກສະພາແຫ່ງຊາດ, ສະພາແຫ່ງຊາດໄດ້ເລືອກເຟັ້ນ 4 ໝວດບັນຫາເພື່ອຊັກຖາມບັນດາລັດຖະມົນຄື: ໝວດ 1 ທ່ານລັດຖະມົນຕີກະຊວງກະສິກຳ ແລະ ຊົນນະບົດ ຫງວຽນຊວນເກື່ອງ ຈະຕອບຄຳຖັກຖາມກ່ຽວຂ້ອງເຖິງກະສິກຳ, ຊົນນະບົດ. ໝວດທີ 2 ກ່ຽວຂ້ອງເຖິງຂົງເຂດອຸດສາຫະກຳການຄ້າ ໂດຍທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ເຈີ່ນຕ໊ວນແອັງ ຕອບຄຳຊັກຖາມ. ໝວດທີ 3 ແມ່ນວຽກງານພາຍໃນ ໂດຍທ່ານລັດຖະມົນຕີກະຊວງພາຍໃນ ເລວິ້ງເຕີນ ຕອບຄຳຊັກຖາມ. ໝວດທີ 4 ກ່ຽວກັບວຽກງານຄຸ້ມຄອງຖະແຫຼງຂ່າວ, ສື່ມວນຊົນ ໂດຍທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນແມ້ງຮຸ່ງ ຕອບຄຳຊັກຖາມ.

        ພາຍຫຼັງການເຄື່ອນໄຫວຊັກຖາມ, ສະພາແຫ່ງຊາດຈະປະກາດໃຊ້ມະຕິກ່ຽວກັບການຊັກຖາມ ແລະ ຕອບຄຳຊັກຖາມ.

ຕອບກັບ

ຂ່າວ/ບົດ​ອື່ນ