​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2 ສະພາ​ແຫ່ງ​ຊາດ​ຫວຽດນາມ

ໂດຍ​ໄດ້​ສືບ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13, ຕອນ​ເຊົ້າວັນ​ທີ 17/11, ບັນດາ ສສຊ ປຶກສາ​ຫາລື​ກ່ຽວ​ກັບ​ແຜນການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ຂອງ​ສະພາ​ແຫ່ງ​ຊາດ ອາຍຸ​ການ​ຊຸດ​ທີ 13. ສສຊ ສ່ວນ​ຫລາຍ​ຖື​ວ່າ ​ໃນ​ອາຍຸ​ການ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 12, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ປະກາດ​ໃຊ້​​ເອກະສານ, ລັດຖະບັນຍັດ, ມະຕິ​ຫລາຍ​ສະບັບຢ່າງ​ທັນ​ການ, ປະກອບສ່ວນ​ສ້າງລັດ​ແຫ່ງ​ນິຕິບັນຍັດ​ສັງຄົມ​ນິຍົມສຳ​ເລດ. ທ່ານ ບຸ​ຍຊີ໋​ໂນ​ຍ ສສຊ ​ແຂວງ​ແທງ​ຮົວປະກອບ​ຄຳ​ເຫັນ​ວ່າ: “ຂ້າພະ​ເຈົ້າສະ​ເໜີ​ຕໍ່​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຕ້ອງ​ເຫັນ​ດີ​ເປັນ​ເອກະ​ສັນດ້າຈຳນວນ​ເອກະສານ​ດ້ານ​ກົດໝາຍ​ເພື່ອ​ໃຫ້​ພວກ​ເຣົາຕັດສິນ​ໃຈ​ປະຕິບັດ ​ແຕ່​ຕ້ອງ​ຈັດ​ແບ​ງປະ​ເພດ ​ແລະ​ຊັບຊ້ອນ​ລຳດັບ​ການ​ໃຫ້​ບຸລິມະສິດ. ຕາມ​ຂ້າພະ​ເຈົ້າ​ແລ້ວ, ຄວນ​ສຸມ​ໃສ່ 3 ຄາດໝາຍ​ໃຫ້​ບຸລິມະສິດ. ທີ 1 ​ແມ່ນ​ຕ້ອງ​ຕອບ​ສະໜອງ​ການ​ສ້າງ​ອົງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ທີ 2 ​ແມ່ນ​ຕ້ອງ​ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ການຈັດຕັ້ງກົງຈັກ ​ແລະ​ຮັບປະກັນ​ຈຸດໝາຍ​ຊີວິດ​ສັງຄົມ”.

ຂ່າວ/ບົດ​ອື່ນ