ກອງປະຊຸມສຳມະນາກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງເຂດພາກໃຕ້

ກອງປະຊຸມສຳມະນາກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງເຂດພາກໃຕ້ - ảnh 1
ກອງ​ປະຊຸມສຳມະນາ​ກ່ອນ​ການ​ເຈລະຈາກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຄັ້ງ​ທີ 11
 (ພາບ: Trần Khánh Linh/Vietnam+)

(vovworld) - ກອງ​ປະຊຸມສຳມະນາ​ກ່ອນ​ການ​ເຈລະຈາກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຄັ້ງ​ທີ 11 ຢູ່​ບັນດາ​ແຂວງ, ນະຄອນ​ທາງ​ພາກ​ໃຕ້ ໄດ້​ດຳ​ເນີນ​ຢູ່​ນະຄອນ ​ເກິ່ນ​ເທີ ​ໃນ​ຕອນ​ເຊົ້າ​ວັນ​ທີ 1/11. ກອງ​ປະຊຸມ​ສຳ​ມະ​ນາ​ໂດຍ​ຫົວໜ້າ​ອົງການ​ກວດກາ​ລັດຖະບານ, ຫ້ອງ​ວ່າການ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ສົມທົບ​ກັບ​ສະຖານທູດ ​ແລະ ກະຊວງ​ພັດທະນາ​ອັງກິດ​ປະຈຳ​ຫວຽດນາມ​ ຈັດ​ຂຶ້ນ, ດ້ວຍ​ຫົວ​ຂໍ້​ວ່າ: ”ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຢູ່​ທ້ອງ​ຖີ່​ນ, ຄວາມ​ຈິງ ​ແລະ ມາດ​ຕະການ​ແກ້​ໄຂ”​. ​ເພື່ອ​ແນ​ໃສ່​ແລ​ກປ່ຽນ​ບັນດາ​ບັນຫາ​ທີ່​ມີ​ລັກສະນະ​ພິ​ເສດສະ​ເພາະ​​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຢູ່​ຂັ້ນ​ທ້ອງ​ຖີ່​ນ, ປຶກສາ​ຫາລື, ​ແບ່ງປັນ​ບົດຮຽນ, ​ແລກປ່ຽນ​ຍົກ​ອອກ​ຂໍ້​ສະ​ເໜີ ​ແລະ ມາດ​ຕະການ​ແກ້​ໄຂ​ໃຫ້​ແກ່​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ Tran Duc Luong, ຫົວໜ້າ​ອົງການ​ກວດກາ​ລັດຖະບານ, ​ເນັ້ນ​ໜັກ​ວ່າ:

        ”​ກອງ​ປະຊຸມ​ສຳ​ມະ​ນາເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຂອງ​ການ​ເຈລະຈາ​ຕ່າງໆ, ​ໃນ​ນັ້ນ​ເນັ້ນ​ໜັກ​ເຖິງ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ທ້ອງ​ຖີ່​ນ​ເຂົ້າ​ໃນ​ເວທີ​ປາ​ໄສ​ນີ້, ​ເພື່ອ​ມີ​ທັດສະນະ​ຢ່າງຮອບດ້ານ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຢູ່​ທ້ອງ​ຖີ່​ນຕ່າງໆ, ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ​ໄດ້​ແລກປ່ຽນ​ບັນດາ​ບັນຫາ​ຂອງ​ທ້ອງ​ຖີ່​ນຕົນ. ຜົນ​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ຈະ​ແມ່ນ​ຂໍ້​ມູນ​​ເພື່ອຮັບ​ໃຊ້​ໃຫ້​ແກ່​ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ທີ 11 ​ເຊິ່ງຄາດ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 22/11 ຢູ່​ຮ່າ​ໂນ້ຍ”

ຂ່າວ/ບົດ​ອື່ນ