ກອງປະຊຸມສຳມະນາກ່ຽວກັບສົນທິສັນຍາສາກົນກ່ຽວກັບການຕ້ານການທໍລະມານ

ກອງປະຊຸມສຳມະນາກ່ຽວກັບສົນທິສັນຍາສາກົນກ່ຽວກັບການຕ້ານການທໍລະມານ - ảnh 1

ກອງ​ປະ​ຊຸມ​ສ​ຳ​ມະ​ນາ​ກ່ຽວ​ກັບ​ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ການ​ຕ້ານ​ການ​ທໍ​ລະ​ມານ

(ພາບ: baomoi.com)

(vovworld) – ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ກ່ຽວ​ກັບ​ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ການ​ຕ້ານ​ການ​ທໍ​ລະ​ມານ ແລະ ບັນ​ດາ​ຮູບ​ການ​ປະ​ພຶດ ຫຼື ລົງ​ໂທດ​ຢ່າງ​ໂຫດ​ຮ້າຍ​ສາ​ມານ ຫຼື ໃສ່​ຮ້າຍ​ປາຍ​ສີ ໂດຍ​ກົມ​ບັນ​ດາ​ອົງ​ການ​ສາ​ກົນ, ກະ​ຊວງ​ການ​ຕ່າງ​ປະ​ເທດ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 8/12, ຢູ່​ນະ​ຄ​ອນ​ໂຮ່​ຈີ​ມິນ. ກອງ​ປະ​ຊຸມ​ສຳ​ມະ​ນາ​ໄດ້​ແນະ​ນຳ​ສັງ​ລວມ ແລະ ຮອບ​ດ້ານ​ກ່ຽວ​ກັບ​ໜຶ່ງ​ໃນ​ບັນ​ດາ​ເອ​ກະ​ສານ​ສາ​ກົນ​ສຳ​ຄັນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ, ຜ່ານນັ້ນ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​​ຍົກ​ສູງຄວາມ​ຮັບ​ຮູ້​ສະ​ຕິ​ຂອງ​ບັນ​ດາ​ອົງ​ການ, ອົງ​ການ​ຈັດ​ຕັ້ງ ແລະ ສ່ວນ​ບຸກ​ຄົນ​ໃນ​ທົ່ວ​ສັງ​ຄົມ​ກ່ຽວ​ກັບ​ບັນ​ດາ​ຂໍ້​ກຳ​ນົດ​ກົດ​ໝາຍ ແລະ ກົນ​ໄກ​ໃນ​ການ​ສະ​ກັດ​ກັ້ນ​ບັນ​ຫານີ້. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ຫວູ​ແອງກວາງ, ຫົວ​ໜ້າ​ກົມ​ບັນ​ດາ​ອົງ​ການ​ສາ​ກົນ, ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເນັ້ນ​ໜັກ​ວ່າ:

        “ເລື່ອງ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​​ຕ້ານ​ການ​ທໍ​ລະມານ​ລວມ​​ມີ​ບັນ​ຫາ​ນິ​ຕິ​ກຳ ແລະ ວຽກ​ງານ​ໂຄ​ສະ​ນາ​ເຜີຍ​ແຜ່​ຍົ​ກ​ສູງ​ຄວາມ​ຮູ້ຂອງ​​ປະ​ຊາ​ຊົນ​ກ່ຽວ​ກັບ​ຂົງ​ເຂດ​ນີ້ດັ່ງ​ນັ້ນ​ມັນ​ຮຽກ​ຮ້ອງ​ໃຫ້ມີ​ການ​ເຂົ້າ​ຮ່ວມຢ່າງ​ກ້​ວາງ​ຂ​ວາງ​ຂ​ອງບໍ່​ພຽງ​ແຕ່​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖີ່ນ​​ເທົ່າ​ນັ້ນ, ຫາກ​ຮຽກ​ຮ້ອງ​ໃຫ້​ມີ​ການ​ປະ​ກອບ​ສ່ວນ​​ຢ່າງຕັ້ງ​ໜ້າ​​ຂອງ​ບັນ​ດາ​ອົງ​ການ​ການ​ເມືອງ ສັງ​ຄົມ ແລະ ປະ​ຊາ​ຊົນ. ກອງ​ປະ​ຊຸມ​ສຳ​ມະ​ນານີ້​ແມ່ນ​ການ​ປະ​ກອບ​ສ່ວນ​ທີ່​ມີປະ​ໂຫຍດ​ໃຫ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ ແລະ ທົ່ວ​ສັງ​ຄົ​ມ​ໃນ​ວຽກ​ງານ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍານີ້”

        ພາຍຫຼັງ ຫວຽດ​ນ​າມ ເຊັນ​ສົນ​ທິ​ສັນ​ຍາ​​ຕ້​ານການ​ທໍ​ລະ​ມານ​ໃນ​ວັນ​ທີ 7/11/2013, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍານີ້​ຢ່າງ​ເປັນ​ທາງ​ການ​ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8, ສະ​ພາ​ແຫ່ງ​ຊາດ ຊຸດ​ທີ 13 ຫວ່າງມໍ່ໆ​ມານີ້.



ຂ່າວ/ບົດ​ອື່ນ