ກອງປະຊຸມສຳມະນາກ່ຽວກັບຮ່າງກົດໝາຍວ່າດ້ວຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ

(VOVWORLD) -ຕອນເຊົ້າວັນທີ 27 ທັນວາ, ຢູ່ຮ່າໂນ້ຍ, ກຳມາທິການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດຫວຽດນາມ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບຮ່າງກົດໝາຍວ່າດ້ວຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດຂຶ້ນ
ກອງປະຊຸມສຳມະນາກ່ຽວກັບຮ່າງກົດໝາຍວ່າດ້ວຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ - ảnh 1 ກອງປະຊຸມສຳມະນາກ່ຽວກັບຮ່າງກົດໝາຍວ່າດ້ວຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນສືບຕໍ່ປຶກສາຫາລືກ່ຽວກັບຂອບເຂດການປັບປຸງຂອງຮ່າງກົດໝາຍ.  ທ່ານ ຫງວຽນຈ້ອງທ້າຍ, ຫົວໜ້າພະແນກຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ກົມເຕັກໂນໂລຢີຂໍ້ມູນຂ່າວສານ ກອງເສນາທິການໃຫຍ່, ກະຊວງປ້ອງກັນປະເທດ ໃຫ້ຮູ້ວ່າ : ປະຈຸບັນ, ການສວຍໃຊ້ທາງເຄືອຂ່າຍອິນເຕີເນັດທີ່ພາໄປເຖິງສະພາບຂາດຄວາມປອດໄພທາງເຄືອຂ່າຍອິນເຕີເນັດແມ່ນໄດ້ເກີດຂຶ້ນຢ່າງແຜ່ຫຼາຍ, ດັ່ງນັ້ນ, ກົດໝາຍຕ້ອງເຮັດແຈ້ງເນື້ອໃນຂອງ ເຄືອຂ່າຍອິນເຕີເນັດທີີ່ຂຶ້ນກັບຂອບເຂດດັດປັບຂອງກົດໝາຍໃດໆເພື່ອມີການຄຸ້ມຄອງ, ປັບປຸງຢ່າງໜັກແໜ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ