ກອງປະຊຸມສຳມະນາພັດທະນາເສດຖະກິດ, ທ່ອງທ່ຽວ ຢູ່ແລວເສດຖະກິດ ຕາເວັນອອກ ຕາເວັນຕົກ

ກອງປະຊຸມສຳມະນາພັດທະນາເສດຖະກິດ, ທ່ອງທ່ຽວ ຢູ່ແລວເສດຖະກິດ ຕາເວັນອອກ ຕາເວັນຕົກ - ảnh 1
( ພາບປະກອບ )

( vovworld ) -    ​ໃນ​ຂອບ​ເຂດ​ບັນດການ​ເຄື່ອນ​ໄຫວ​ຕອບ​ສະໜອງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດ​ແຄມ​ທະ​ເລ​ຕອນ​ເໜືອ​ພາກ​ກາງຫວຽດນາມ 2012 ​ແລະ ງານ​ບຸນ “ ຂົວ​ເຊື່ອມ​ຕໍ່​ຂ້າມ​ອາຊີ ” ຄັ້ງ​ທີ 3 ປີ 2012, ຕອນ​ເຊົ້າ​ວັນ​ທີ 28/7, ກະຊວງ​ວັດທະນະທຳ​, ກິລາ ​ແລະ ການທ່ອງທ່ຽວ ​ແລະ ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ຈິ້ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ຮ່ວມ​ມື​ພັດທະນາ​ເສດຖະກິດ, ທ່ອງ​ທ່ຽວ​ຢູ່​ແລວ​ເສດຖະກິດ​ຕາ​ເວັນ​ອອກ ຕາ​ເວັນ​ຕົກ (EWEC). ມີ​ບົດ​ປະກອບ​ຄວາມ​ເຫັນ 20 ກວ່າບົດຂອງ​ບັນດາ​ຜູ້​ແທນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ຢືນຢັນ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ ​ແລະ ກາລະ​ໂອກາດ​ທີ່​ໃຫຍ່​ຫຼວງ​ຂອງ EWEC ​ໃນ​ການ​ພັດທະນາ​ເສດຖະກິດ, ທ່ອງ​ທ່ຽວ, ການ​ບໍລິການ​ຢູ່​ບັນດາ​ທ້ອງ​ຖິ່ນຂອງ 4 ປະ​ເທດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ EWEC; ຕີ​ລາຄາ​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ຂອງ​ແຂວງ ກວາງ​ຈິ້ ​ໃນ EWEC ​ໃນ​ການ​ພັດທະນາ​ເສດຖະກິດ, ດຶງ​ດູດ​ການ​ລົງທຶນ, ທ່ອງ​ທ່ຽວ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ Nguyen Duc Cuong, ປະທານ​ກະ​ມຳນປະຊາຊົນ​ແຂວງ ກວາງ​ຈິ້, ​ໃຫ​້ຮູ້​ວ່າ.

        ດ້ວຍ​ຫົວ​ຂໍ້​ຮ່ວມ​ມື​ແລວ​ເສດຖະກິດ​ຕາ​ເວັນ​ອອກ ຕາ​ເວັນ​ຕົກ, ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ຫວັງ​ວ່າ, ຜ່ານ​ບັນດາ​ບົດ​ປະກອບ​ຄວາມ​ເຫັນ ​ແລະ ບັນ​ດາ​ຄຳ​ຄິດ​ຄຳ​​ເຫັນ​ແລກປ່ຽນ​​ໄດ້ຊ່ວຍ​ໃຫ້​ແຂວງ​ກວາງຈິ້ ມີ​ທິດ​ເດີນ​ທີ່​ຈະ​ແຈ້ງ, ບັນດາ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ ​ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ປະ​ກອບ​ສ່ວນ​ພັດທະນາ​ເສດຖະກິດ, ທ່​ອງທ່ຽວ ນຳ​ແຂວງກວາງຈິ້ ພັດທະນາ​ຢ່າງ​ແຂງ​ແຮງ​ກວ່າ ”.

ຂ່າວ/ບົດ​ອື່ນ