ພາບປະກອບ:internet
|
(vovworld)- ກອງປະຊຸມສຳມະນາດັ່ງກ່າວຖືກຈັດຂຶ້ນຢູ່ຮ່າໂນ້ຍ, ໂດຍມີການເຂົ້າຮ່ວມຂອງຜູ້ຕາງຫນ້າບັນດາກະຊວງ, ຂະແຫນງການ, ສະຖາບັນຄົ້ນຄ້ວາ, ບັນດາອົງການຈັດຕັ້ງສາກົນ, ບໍລິສັດ, ກຸ່ມບໍລິສັດເຄື່ອນໄຫວໃນຂົງເຂດພະລັງງານຂອງບັນດາປະເທດໃນພາກພື້ນ ແລະ ໂລກ ພ້ອມກັບນັກວິທະຍາສາດ, ຜູ້ຊ່ຽວຊານເສດຖະກິດ, ພະລັງງານເປັນຈຳນວນຫລວງຫລາຍ.
ທີ່ກອງປະຊຸມສຳມະນາ, ບັນດານັກວິທະຍາສາດ, ຜູ້ຊ່ຽວຊານເສດຖະກິດ, ພະລັງງານ ໄດ້ປຶກສາຫາລືກ່ຽວກັບພື້ນຖານວິທະຍາສາດການຕະຫລາດ ແລະ ນະໂຍບາຍສ້າງລາຄາພະລັງງານໃນພື້ນຖານເສດຖະກິດການຕະຫລາດຕາມກຳນົດທິດສັງຄົມນິຍົມ, ຍົກອອກບັນດາຜົນງານ ແລະ ຂໍ້ຂາດຕົກບົກຜ່ອງກ່ຽວກັບລາຄາພະລັງງານປະຈຸບັນ.