ກອງປະຊຸມສຳມະນາສາກົນຝະລັ່ງ - ຫວຽດນາມຄັ້ງທີ 5 ກ່ຽວກັບ Didactic ຄະນິດສາດ


ກອງປະຊຸມສຳມະນາສາກົນຝະລັ່ງ - ຫວຽດນາມຄັ້ງທີ 5 ກ່ຽວກັບ Didactic ຄະນິດສາດ - ảnh 1
ບັນ​ດາ​ນັກ​ສຳ​ມະ​ນາ​ກອນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມສຳ​ມະ​ນາ​ສາ​ກົນ​ຝະ​ລັ່ງ - ຫວຽດ​ນາມ​ຄັ້ງ​ທີ 5 ກ່ຽວ​ກັບ Didactic ຄະ​ນິດ​ສາດ

(vovworld)- ກອງ​ປະ​ຊຸມສຳ​ມະ​ນາ​ສາ​ກົນ​ຝະ​ລັ່ງ - ຫວຽດ​ນາມ​ຄັ້ງ​ທີ 5 ກ່ຽວ​ກັບ Didactic ຄະ​ນິດ​ສາດ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຫ້ວ​ໃນ​ວັນ​ທີ 18/4 ຊຶ່ງໄດ້​ມີ​ການ​ເຂົ້າ​ຮ່ວມຂອງ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ, ຄູ​ອາ​ຈານກ່ຽວ​ກັບ​ການ​ສຶກ​ສາ​ຄະ​ນິດ​ສາດ​ທີ່​ມາ​ຈາກ​ຝະ​ລັ່ງ ແລະ ຫວຽດ​ນາມ​ເປັນ​ຈຳ​ນວນຫຼວງຫຼາຍ.

    ບັນ​ດາ​ນັກ​ສຳ​ມະ​ນາ​ກອນ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ 3 ຫົວ​ເລື່ອງ​ຕົ້ນ​ຕໍ​ຄື : ກໍ່​ສ້າງ ຄູ​ອາ​ຈານສອນຄະ​ນິດ​ສາດ ແລະ ຝຶກ​ຫັດ​ວິ​ຊາ​ຊີບ; ຊັບ​ພະ​ຍາ​ກອນ ແລະ ບັນ​ດາ​ເຕັກ​ໂນ​ໂລ​ຢີ​ການ​ສຶກ​ສາ​ໃນ​ການ​ສອນ; ບ​ັນ​ດາ​ບັນ​ຫາ​ສິດ​ສອນ​ທີ່​ວາງ​ອອກ​ຢູ່​ໃນ​ໄລ​ຍະ​ເຊື່ອມ​ຕໍ່​ລະ​ຫວ່າງ​ຊັ້ນ​ອະ​ນຸ​ບານ ແລະ ປະ​ຖົມ, ປະ​ຖົມ​ ແລະ ມັດ​ທະ​ຍົມ​ຕອນ​ຕົ້ນ, ມັດ​ທະ​ຍົມ​ຕອນ​ຕົ້ນ ແລະ ມັດ​ທະ​ຍົມ​ຕອນ​ປາຍ, ມັດ​ທະ​ຍົມ​ຕອນ​ປາຍ ແລະ ມະ​ຫາ​ວິ​ທະ​ຍາ​ໄລ…….

ຂ່າວ/ບົດ​ອື່ນ