ທີ່ກອງປະຊຸມ CNG
( ພາບ: tapchicongnghiep.vn )
(vovworld) - ນັບແຕ່ວັນທີ 1-3/8, ຢູ່ນະຄອນ ໂຮ່ຈີມິນ ໄດ້ດຳເນີນກອງປະຊຸມສຳມະນາສາກົນ ”ຫວຽດນາມນຳໃຊ້ພະລັງງານຄືນໃໝ່ ແລະ ພື້ນຖານໂຄງລ່າງໃຫ້ແກ່ອາຍດັນທຳມະຊາດ (CNG)”. ໃນສະພາບການພັດທະນາອຸດສາຫະກຳ ແລະ ລະດັບການຫັນເປັນຕົວເມືອງທີ່ວ່ອງໄວໃນປະຈຸບັນ ແມ່ນຈຳເປັນຕ້ອງມີບັນດາມາດຕະການປ່ຽນແທນເພື່ອຫຼຸດຜ່ອນການປ່ອຍອາຍແກັດ, ປົກປັກຮັກສາສິ່ງແວດລ້ອມ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍນັ້ນ, ອາຍດັນທຳມະຊາດ CNG ແລະ ອາຍທຳມະຊາດ (NVG) ແມ່ນແຫຼ່ງເຊື້ອເພີງທີ່ຈຳເປັນ. ດັ່ງນັ້ນ, ກອງປະຊຸມສຳມະນາຄັ້ງນີ້ສຸມໃສ່ເຊື່ອມຕໍ່ການຄ້າລະຫວ່າງຫວຽດນາມກັບປະເທດຕ່າງໆ, ເພື່ອແນໃສ່ຊຸກຍູ້ຂະແໜງອຸດສາຫະກຳ CNG ແລະ NVG ພາຍໃນປະເທດໃຫ້ພັດທະນາ, ມຸ່ງໄປເຖິງການນຳໃຊ້ພະລັງງານສະອາດ. ພ້ອມກັນນັ້ນ, ຜ່ານການພົບປະ ແລະ ແບ່ງປັນບົດຮຽນ, ນະໂຍບາຍພັດທະນາ CNG ແລະ NVG ຂອງບັນດາຜູ້ຊ່ຽວຊານສາກົນ ຈະຊ່ວຍໃຫ້ວິສາຫະກິດຫວຽດນາມຮັບເອົາຂໍ້ມູນ, ເຕັກໂນໂລຢີໃໝ່, ເປີດກວ້າງການພົວພັນຄູ່ຮ່ວມມື, ດຳເນີນທຸລະກິດ…ບັນດາຜູ້ຊ່ຽວຊານຖືວ່າ ຫວຽດນາມນັບມື້ນັບເພີ່ມອິດທິພົນຊື່ສຽງ ແລະ ພາບພົດຂອງຕົນໃນຂະແໜງອຸດສາຫະກຳ CNG ແລະ NVG, ຜ່ານການນຳໃຊ້ແຫຼ່ງເຊື້ອເພີງທຳມະຊາດໃນຂົງເຂດຕ່າງໆຄືອຸດສາຫະ ກຳ, ຂົນສົ່ງ…