ກອງປະຊຸມສຳມະນາ “ໂຮ່ຈີມິນ - ຟ້າມວັນດົ່ງ - ຫວໍງວຽນຢາບ“
(ພາບປະກອບ)
(vovworld) - ຕອນບ່າຍວັນທີ 5/3, ສະມາຄົມສົ່ງເສີມການຮຽນແຂວງເຊີນລາ ແລະ ສະຖາບັນຄົ້ນຄ້ວາສັງຄົມຮຳ່ຮຽນ, ສະມາຄົມສົ່ງເສີມການຮຽນຫວຽດນາມ ໄດ້ສົມທົບກັນຈັດຕັ້ງ ກອງປະຊຸມສຳມະນາ “ໂຮ່ຈີມິນ - ຟ້າມວັນດົ່ງ - ຫວໍງວຽນຢາບ ບັນດາແນວຄິດໃຫຍ່ກ່ຽວກັບການກໍ່ສ້າງສັງຄົມແຫ່ງການຮຳ່ຮຽນ, ການຮຽນເປັນປະຈຳ, ຮຽນຕະຫຼອດຊີວິດ ເພື່ອຍົກສູງລະດັບຄວາມຮູ້ໃຫ້ປະຊາຊົນ ແລະ ບຳລຸງສ້າງຜູ້ທີມີຄວາມສາມາດ“.
ທີ່ກອງປະຊຸມສຳມະນາ, ບັນດານັກຄົ້ນຄ້ວາ ແລະຜູ້ແທນແຂວງຕ່າງໆໄດ້ລາຍງານ 18 ຫົວເລື່ອງສະເພາະ, ປະກອບຄວາມເຫັນເຊັ່ນ: “ໂຮ່ຈີມິນ - ຟ້າມວັນດົ່ງ - ຫວໍງວຽນຢາບ ບັນດາແນວຄິດໃຫຍ່ກ່ຽວກັບການກໍ່ສ້າງສັງຄົມແຫ່ງການຮຳ່ຮຽນ, ການຮຽນເປັນປະຈຳ, ຮຽນຕະຫຼອດຊີວິດ“; “ໂຮ່ຈີມິນ - ຟ້າມວັນດົ່ງ - ຫວໍງວຽນຢາບ ບັນດາຜູ້ກໍ່ຕັ້ງພື້ນຖານການສຶກສາປະຕິວັດ ແລະ ທັດສະນະກ່ຽວກັບການກໍ່ສ້າງສັງຄົມ“; “ຜູ້ໃດກໍ່ໄດ້ຮັບການຮຳ່ຮຽນ“ … ສາດສະດາຈານ, ດຣ. ຟ້າມເຕິດຢອງ, ຮອງປະທານສະມາຄົມສົ່ງເສີມການຮຽນຫວຽດນາມ, ໃຫ້ຮູ້ວ່າ:
“ສຳລັບແນວຄິດຮຳ່ຮຽນຕະຫຼອດຊີວິດຂອງປະທານ ໂຮ່ຈີມິນ, ນີ້ແມ່ນບັນຫາໃຫຍ່, ເຊິ່ງນັບແຕ່ເມື່ອພັກໄດ້ຮັບການສ້າງຕັ້ງ, ປະທານ ໂຮ່ຈີມິນ ໄດ້ເວົ້າເຖິງການສຶກສາໃຫ້ແກ່ທຸກຄົນ ແລະ ປະຈຸບັນ ໂລກກໍ່ເວົ້າເຖິງການສຶກສາໃຫ້ແກ່ທຸກຄົນເຊັ່ນກັນ. ດ້ວຍແນວຄິດດັ່ງກ່າວ ພ້ອມກັບວິທີການຮຳ່ຮຽນຂອງເພິ່ນ, ແມ່ນຮຽນດ້ວຍຕົນເອງ, ຮຽນຕະຫຼອດຊີວິດ, ເຮັດແນວໃດເພື່ອໃຫ້ຜູ້ໃດກໍ່ໄດ້ຮັບການຮຳ່ຮຽນ ແລະ ຜູ້ໃດກໍ່ສາມາດຮຽນດ້ວຍຕົນເອງໄດ້, ນັ້ນແມ່ນສິ່ງສຳຄັນກວ່າໝູ່. ບັນຫາທີສອງເຊິ່ງຂ້າພະເຈົ້າເອົາໃຈໃສ່ທີ່ສຸດນັ້ນແມ່ນບັນຫາສຶກສາໃຫ້ຜູ້ໃຫຍ່“