ກອງປະຊຸມອາສາ ສະໝັກແຫ່ງຊາດ ຄັ້ງທີ 2

“ສະໝັກ​ໃຈ​ເພື່ອ​ສັນຕິພາບ ​ແລະ​ການ​ພັດທະນາ” ​ແມ່ນ​ຫົວ​ເລື່ອງຂອງ​ກອງ​ປະຊຸມ​ອາສາ​ສະໝັກ​ແຫ່ງ​ຊາດ​ຄັ້ງທີ 2, ​ໂດຍ​ສູນ​ກາງ​ຄະນະ​ຊາວ​ໜຸ່ມກອມ​ມູນິດ​ໂຮ່ຈິ​ມິນ ສົມທົບ​ກັບ​ໂຄ​ງານ​ອາສາ​ສະໝັກ ສປຊ ຈັດ​ຂຶ້ນ​ເມື່ອຕອນ​ເຊົ້າວັນ​ທີ 5/12,  ຢູ່​ຮ່າ​ໂນ້ຍ. ກອງ​ປະຊຸມ​ຖືກ​ຈັດ​ຂຶ້ນ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງວັນ​ອາສາ​ສະໝັກສາກົນ​ຄື​ວັນ​ທີ 5/12 ​ແລະ 10 ປີ​ແຫ່ງ​ວັນ​ຜູ້​ອາສາ​ສະ​ໝັກສາກົນ (2001-2011) ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ຜູ້​ແທນ 250 ຄົນ ຕາງ​ໜ້າ​ໃຫ້​ວົງ​ຄະນາ​ຍາດ​ຜູ້​ອາສາ​ສະໝັກ, ບັນດາ​ອົງການ​ຈັດຕັ້ງພາຍ​ໃນ ​ແລະ​ຕ່າງປະ​ເທດ. ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ຂະ​ບວນການ​ອາສາ​ສະໝັກ​ຢູ່​ຫວຽດນາມ​ໃນ​ໄລຍະ​ຜ່ານ​ມາ, ທ່ານ​ນາງ Setsuko Yamzaki ຜູ້ອຳນວຍການ​ໂຄງການ​ພັດທະນາ ສປຊ ປະຈຳ​ຫວຽດນາມ​ເນັ້ນໜັກ​ວ່າ: “ຂະ​ບວນການ​ອາສາ​ສະໝັກຢູ່​ຫວຽດນາມ​ມີ​ປະຫວັດສາດ​ມາ​ແຕ່​ດົນ​ນານ ​ແລະ​ໄດ້​ສະ​ແດງ​ໃຫ້​ເຫັນ​ລັກສະນະ​ວັດທະນະທຳ​ມະນຸດ​ຢ່າງ​ເລິກ​ເຊີ່ງ. ​ແຕ່ລະ​ປີ, ມີ​ປະຊາຊົນ​ນັບ​ພັນ​ຄົນ​ເຂົ້າຮ່ວມ​ການ​ເຄື​ອ່ນ​ໄຫວ​ອາສາ​ສະໝັກ ​ແລະ​ຊາວ​ຫວຽດນາມ​ຫລາຍ​ຄົນຖື​ວ່າ ນີ້​ແມ່ນ​ວຽກ​ງານ​ປົກກະຕິ ​ແລະ​ຂ້າພະ​ເຈົ້ານັບຖື​ ​ຈິດ​ໃຈ​ດັ່ງກ່າວ ຂອງພວກ​ຫ​ເພື່ອນທີ່​ສຸດ”.

ທູ​ຮັ່ງ

ຂ່າວ/ບົດ​ອື່ນ