(vovworld) – ກອງປະຊຸມຮ່ວມມືຊາວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ ໂດຍສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຈັດຕັ້ງ, ຈະດຳເນີນໄປແຕ່ວັນທີ 5 – 11/12 ຢູ່ ຮ່າໂນ້ຍ ແລະ ແຂວງກວາງນິງ ດ້ວຍການເຂົ້າຮ່ວມຂອງຜູ້ແທນຊາວໜູ່ມ 3 ປະເທດ 60 ຄົນ. ກອງປະຊຸມສຸມໃສ່ປຶກສາຫາລືບັນດາມາດຕະການເພີ່ມທະວີການຮ່ວມມືຊາວໜຸ່ມ, ປະກອບສ່ວນຮັກສາ ແລະ ເສີມຂະຫຍາຍມູນເຊື້ອ, ນ້ຳໃຈສາມັກຄີມິດຕະພາບ, ການຮ່ວມມືພັດທະນາລະຫວ່າງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ, ແລກປ່ຽນບົດຮຽນໃນວຽກງານຂົນຂວາຍ, ສາມັກຄີ, ເຕົ້າໂຮມຊາວໜຸ່ມ, ເຍົາວະຊົນ, ເສີມຂະຫຍາຍບົດບາດຂອງຊາວໜຸ່ມໃນການພັດທະນາເສດຖະກິດ - ສັງຄົມ. ບັນດາເພື່ອນໜຸ່ມພ້ອມກັນແບ່ງປັນບັນດາວິທີການທີ່ດີ, ຮູບແບບປະດິດສ້າງໃນການເຂົ້າຮ່ວມການເຄື່ອນໄຫວອາສາສະໝັກເພື່ອວົງຄະນະຍາດສັງຄົມຂອງແຕ່ລະປະເທດ.