ກອງປະຊຸມເຊີແນວ2ອັດລົງໃນສະພາບບໍ່ມີທາງອອກ

ກອງປະຊຸມເຊີແນວ2ອັດລົງໃນສະພາບບໍ່ມີທາງອອກ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

(vovworld)- ວັນ​ທີ 31/1, ກອງ​ປະຊຸມ​ເຊີ​ແນວ 2 ກ່ຽວ​ກັບ​ຊີຣີ ​ໄດ້​ອັດ​ລົງ​​ແຕ່​ບໍ່​ບັນລຸ​ຄວາມ​ຄືບ​ຫນ້າ​ໃດ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ພາຍຫລັງ​ກອງ​ປະຊຸມ, ທ່ານ Lakhdar Brahimi, ທູດ​ພິ​ເສດ​ຂອງ ສປຊ ​ແລະ ສະຫະພັນ ອາຣັບ ກ່ຽວ​ກັບ​ບັນຫາ​ຊີຣີ ​ໃຫ້​ຮູ້​ວ່າ:  ການ​​ເຈລະຈາ​ຄັ້ງ​ນີ້ ລະຫວ່າງ ລັດຖະບານ ຊີຣີ ​ແລະ ຝ່າຍ​ຄ້ານ ​ແມ່ນ​ການ​ເລີ່​ມຕົ້ນ​ທີ່​ຫຍຸ້ງຍາກ. ສອງ​ຝ່າຍ​ໄດ້​ປຶກສາ​ຫາ​ລື​ຢ່າງ​ລະອຽດ​ກ່ຽວ​ກັບ​ບັນຫາ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ດ້ວຍ​ທຸກ​ຮູບ​ການ, ​ໃນ​ນັ້ນ ມີ​ການ​ຕໍ່ສູ້​ຕ້ານ​ການ​ກໍ່​ກາ​ນຮ້າຍ ກໍ​ຄື​ເລື່ອງ​ສ້າງ​ຕັ້ງ​ລັດຖະບານ​ໃຫມ່. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍັງ​ມີ​ຊ່ອງ​ຫວ່າງ​ລະຫວ່າງ​ຫລັກ​ໝັ້ນ​ຂອງ​ສອງ​ຝ່າຍ.

ຂ່າວ/ບົດ​ອື່ນ