ກອງປະຊຸມ ເຊີແນວ 2
photo:dangcongsan.vn
|
(vovworld)- ຕອນເຊົ້າວັນທີ 26/1, ຜູ້ຕາງຫນ້າລັດຖະບານ ຊີຣີ ແລະ ຝ່າຍຄ້ານ ໄດ້ປຶກສາຫາລືກ່ຽວກັບເລື່ອງແລກປ່ຽນສະເລີຍເສີກ ໂດຍເປັນສັກຂິພິຍານຂອງທ່ານ Lakhdar Brahimi, ທູດພິເສດຂອງ ສປຊ ແລະ ສະຫະພັນອາຣັບກ່ຽວກັບບັນຫາ ຊີຣີ. ເບິ່ງລວມແລ້ວ, ສະພາບການຍັງສັບສົນ ແລະ ຫຍຸ້ງຍາກຢູ່. ການພົບປະດຳເນີນໄປຕາມລາຍການຂອງກອງປະຊຸມ ເຊີແນວ 2 ຢູ່ ສະວິດ. ກອ່ນຫນ້ານັ້ນ, ວັນທີ 25/1, ທ່ານ Lakhdar Brahimi ໃຫ້ຮູ້ວ່າ: ມື້ປະຊຸມທຳອິດ ລະຫວ່າງຜູ້ຕາງຫນ້າລັດຖະບານ ຊີຣີ ແລະ ຝ່າຍຄ້ານ ໄດ້ປຶກສາຫາລືກ່ຽວກັບບັນຫາມະນຸດສະທຳຢູ່ ນະຄອນ Homs. ເຖິງວ່າບໍ່ທັນບັນລຸໝາກຜົນກໍຕາມ ແຕ່ນີ້ແມ່ນການພົບປະເປັນຄັ້ງທຳອິດໃນ 3 ປີຜ່ານມາ ລະຫວ່າງສອງຝ່າຍ.