ກອງປະຊຸມໃຫ່ຍສະມາຄົມຕິດຕໍ່ພົວພັນ ກັບຊາວຫວຽດນາມຢູ່ຕ່າງປະເທດ ຄັ້ງທີ 3
ທ່ານຫງວຽນຊວນຟຸກ ທີ່ກອງປະຊຸມໃຫ່ຍ
(ພາບ: vietnamplus.vn)
(vovworld)- ວັນທີ 17/3, ຢູ່ຮ່າໂນ້ຍ, ສະມາຄົມຕິດຕໍ່ພົວພັນກັບຊາວຫວຽດນາມຢູ່ຕ່າງປະເທດ ໄດ້ດຳເນີນກອງປະຊຸມໃຫ່ຍຄັ້ງທີ 3 ອາຍຸການ 5 ປີ (2012-2017). ກ່າວຄຳເຫັນທີ່ກອງປະຊຸມໃຫ່ຍ, ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາໝາກຜົນທີ່ສະມາຄົມຕິດຕໍ່ພົວພັນກັບຊາວຫວຽດນາມ ຢູ່ຕ່າງປະເທດບັນລຸໄດ້ໃນອາຍຸການຜ່ານມາ, ຖືວ່າ ນີ້ແມ່ນພື້ນຖານເພື່ອໃຫ້ສະມາຄົມສືບຕໍ່ມີບັນດາບາດກ້າວພັດທະນາໃນໄລຍະຈະມາເຖິງ, ປະກອບສ່ວນສຳຄັນເຂົ້າໃນພາລະກິດພັດທະນາປະເທດຊາດ, ແມ່ນຂົວຕໍ່ສຳຄັນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ທ່ານຮອງນາຍົກລັດຖະມົນຕີຍັງຢືນຢັນວ່າ: ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກຊາດຫວຽດນາມ ໄດ້. ໃນໄລຍະຈະມາເຖິງ, ສະມາຄົມຕ້ອງຂະຫຍາຍບົດບາດຂອງຕົນຢ່າງແຮງກ່ວາອີກ ເພື່ອແນໃສ່ຊຸກຍູ້ພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ ລະຫວ່າງປະຊາຊົນພາຍໃນປະເທດເກືອບ 90 ລ້ານຄົນ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດເກືອບ 5 ລ້ານຄົນ, ຮ່ວມແຮງຮ່ວມໃຈສ້າງສາປະເທດຊາດໃຫ້ນັບມື້ນັບພັດທະນາ.
ກອງປະຊຸມໃຫ່ຍໄດ້ເລືອກຕັ້ງຄະນະບໍລິຫານງານສະມາຄົມອາຍຸການທີ 3 (2012-2017). ທ່ານຫງວຽນຟູບິ່ງ ອະດີດຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມອາຍຸການທີ 3.