ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂະແໜງໂຄສະນາສຶກສາ

ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂະແໜງໂຄສະນາສຶກສາ - ảnh 1
ທ່ານ ເລ​ຮົ່ງ​ແອງ ກຳ​ມະ​ການ​ກົມ​ການ​ເມືອງ
ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ
(ພາບ: cand.com.vn)

(vovworld) - ​​ ກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ​ຂະ​ແໜງ​ໂຄ​ສະ​ນາ​ສຶກ​ສາ ໄລ​ຍະ​ປີ 2015-2020 ໄດ້​ດຳ​ເນີນ​ໃນ​ວັນ​ທີ 25/11 ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ ທ່ານ ເລ​ຮົ່ງ​ແອງ ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ ເນັ້ນ​ໜັກ​ວ່າ: ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ໜັກ​ໜ່ວງ ແຕ່​ສະ​ຫງ່າ​ລາ​ສີ​ທີ່​ສຸດນັ້ນ, ຂະ​ແໜງ​ໂຄ​ສະ​ນາ​ສຶກ​ສາ​ໃນ​ໄລ​ຍະ​ໃໝ່​ຄວນ​ສືບ​ຕໍ່​ປະ​ຕິ​ບັດ​ແນວ​ທາງ​ທັດ​ສະ​ນະ​ຂອງ​ພັກ, ນະ​ໂຍ​ບາຍ​ກົດ​ໝາຍ​ຂອງ​ລັດ​ໃຫ້​ດີກວ່າ​ອີກ, ຕັ້ງ​ໜ້າ​ເປັນ​ເຈົ້າ​ການ​ປະ​ກອບ​ສ່ວນ​ນຳ​ເອົາ​ມະ​ຕິ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ່ 12 ຂອງ​ພັກ​ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ. ປະ​ຕິ​ບັດ​ມະ​ຕິ​ສູນ​ກາງ​ພັກ​ຄັ້ງ​ທີ່ 4 ຊຸດ​ທີ 11 ກ່ຽວ​ກັບ ​ການກໍ່​ສ້າງ​ພັກ​ຕິດ​ພັນ​ກັບ​ການ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 03 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ ການ​ສືບ​ຕໍ່​ຍູ້​ແຮງ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ ແລະ ປະ​ຕິ​ບັດ​ວຽກ​ງານ​ໂຄ​ສະ​ນາ​ສຶກ​ສາ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ໃຫ້​ດີກວ່າ, ທ່ານ ເລ​ຮົ່ງ​ແອງ ສະ​ເໜີ​ວ່າ:

        “ ປ່ຽນ​ໃໝ່​ເນື້ອ​ໃນ, ວິ​ທີ​ການ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ໂຄ​ສະ​ນາ​ສຶກ​ສາ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຄົ້ນ​ຄວ້າ​ທິດ​ສະ​ດີ, ສະຫຼຸບ​ການ​ປະ​ຕິ​ບັດຕົວ​ຈິງ, ປຶກ​ສາ​ຫາ​ລື ແລະ ແກ້​ໄຂ​ບັນ​ຫາ​ສຳ​ຄັນ​ພວມ​ວາງ​ອອກ​ຈາກ​ພຶດ​ຕິ​ກຳ​ຕົວ​ຈິງ​ຂອງ​​ພາ​ລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ທັນ​ສະ​ໄໝ,  ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ”

        ເນື່ອງ​ໃນ​ໂອ​ກາດນີ້ ໂດຍ​ຕາງ​ໜ້າ​ໃຫ້​ການ​ນຳ​ພັກ, ລັດ, ທ່ານ ເລ​ຮົ່ງ​ແອງ ໄດ້​ມອບ​ຫຼຽນ​ໄຊ ໂຮ່​ຈີ​ມິນ ໃຫ້​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ.

 

ຂ່າວ/ບົດ​ອື່ນ