(ພາບ:vtv.vn)
(vovworld)-ວັນບຸນຄົ້ນຫາຫວຽດນາມ (Vietnam Discovery Day-VDD) ຈະດຳເນີນໃນຕົ້ນເດືອນ 9/2013 ທີ່ຈະມາເຖິງຢູ່ Edinburgh, Scotland ໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ -ລາຊະອານາຈັດອັງກິດ ແລະ ໄອແລນເໜືອ (1973-2013). ນີ້ແມ່ນເຫດການວັດທະນະທຳລະດັບຊາດເພື່ອແນໃສ່ໂຄສະນາວັດທະນະທຳ, ປະເທດຊາດ ແລະ ຊາວຫວຽດນາມ. ມາຮອດປະຈຸບັນ, ວຽກງານກະກຽມໃຫ້ແກ່ເຫດການນີ້ໄດ້ດຳເນີນໄປຢ່າງມີປະສິດທິຜົນ ແລະ ສະດວກສະບາຍ ຍ້ອນການເຂົ້າຮ່ວມຢ່າງຕັ້ງໜ້າຂອງນັກຮຽນນັກສຶກສາຫວຽດນາມ ແລະ ການລະດົມກຳລັງໃຈ, ການຊ່ວຍເຫຼືອຢ່າງທັນການຂອງສະຖານທູດຫວຽດນາມ ປະຈຳລາຊະອານາຈັດອັງກິດ ແລະ ໄອແລນເໜືອ. ຄາດວ່າ, ວັນບຸນຄົ້ນຫາຫວຽດນາມ (VDD) ໂດຍສະຖານທູດຫວຽດນາມ ປະຈຳລາຊະອານາຈັດອັງກິດ ແລະ ໄອແລນເໜືອ ຈັດຕັ້ງຂຶ້ນ ແລະ ການໜູນຊ່ວຍຂອງອຳນາດການປົກຄອງນະຄອນ Edinburgh, ປະຊາຄົມຊາວຫວຽດນາມ ແລະ ນັກຮຽນນັກສຶກສາຫວຽດນາມ ຢູ່ Scotland ຈະດຳເນີນໄປໃນວັນທີ 7/9 ຈະມາເຖິງຢູ່ນະຄອນ Edinburg.