ກະກຽມ “ງານຕະຫຼາດນັດການຄ້າ, ການທ່ອງທ່ຽວສາກົນ ຫວຽດນາມ - ລາວ - ໄທ 2012”

ກະກຽມ “ງານຕະຫຼາດນັດການຄ້າ, ການທ່ອງທ່ຽວສາກົນ ຫວຽດນາມ - ລາວ - ໄທ 2012” - ảnh 1
ພາບປະກອບຈາກອີນເຕີເນັດ

(vovworld) – ​ແຂວງ​ກວາງ​ບິນ ພວມ​ຕັ້ງໜ້າ​ຜັນ​ຂະຫຍາຍ​ວຽກ​ງານ​ກະກຽມ​ງານ​ຕະຫຼາດ​ນັດ​ການ​ຄ້າ, ການທ່ອງ​ທ່ຽວ​ສາກົນ ຫວຽດນາມ - ລາວ - ​ໄທ 2012. ງານ​ຕະຫຼາດນັດ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 15 – 20/6 ຢູ່​ສະໜາມ​ກິ​ລາ ນະຄອນ ດົ່ງ​ເຮີ໋ຍ, ​​ແຂວງ ກວາງ​ບິນ, ດ້ວຍ​ຮ້ານ​ວາງສະ​ແດງ​ສິນຄ້າ 350 ຮ້ານ ຂອງ​ບັນດາ​ອົງການ​ເສດ​ຖະກິດ, ວິ​ສາ​ຫະກິດ​ຫວຽດນາມ - ລາວ ​ແລະ ​ໄທ ​ເຂົ້າ​ຮ່ວມ​ການວາງສະ​ແດງ ​ແລະ ​ແນະນຳ​ຜະລິດ​ຕະພັນ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ, ​ໂຄສະນາ, ​ແນະນຳ​ຜະລິດ​ຕະພັນ, ຊອກ​ຫາ​ກາລະ​ໂອກ​າດດຳ​ເນີນ​ທຸລະ​ກິດ, ​ເປີດ​ກ້ວາງ​ຕະຫຼາດ, ພ້ອມ​ທັງ​ແມ່ນ ​ໂອກາດ​ເພື່ອ​ໃຫ້​ແຂວງ ກວາງ​ບິນ ​ແນະນຳ ຄວາມ​ສາມາດ​ບົ່ມຊ້ອນ, ທ່າ​ແຮງ ກ່ຽວ​ກັບ​ການທ່ອງທ່ຽວ​ຖ້ຳ.

 

ຂ່າວ/ບົດ​ອື່ນ