( ພາບປະກອບ )
|
( vovworld ) - ເພື່ອຍູ້ແຮງວຽກງານໂຄສະນາກ່ຽວກັບການກໍ່ສ້າງເຂດຊົນລະບົດໃໝ່, ປ່ຽນໃໝ່ວຽກງານວາງແຜນ, ກຳນົດແຜນຮ່າງຊົນນະບົດໃໝ່ຂັ້ນຕາແສງ, ຍື່ນສະເໜີຕໍ່ລັດຖະບານດັດປັບບາງມາດຖານຊົນນະບົດໃໝ່... ນັ້ນແມ່ນບັນດາເນື້ອໃນຕົ້ນຕໍ່ທ່ີ່ໄດ້ນຳມາປຶກສາຫາລືຢູ່ກອງປະຊຸມຜັນຂະຫຍາຍໜ້າທີ່ວຽກງານປີ 2012 ຂອງຂະແໜງເສດຖະກິດຮ່ວມມື ແລະ ພັດທະນາຊົນນະບົດເຊິ່ງໄດ້ດຳເນີນໄປໃນຕອນເຊົ້າວັນທີ 8/3 ຢູ່ນະຄອນດານັ້ງ. ປີ 2012, ຂະແໜງເສດຖະກິດຮ່ວມມື ແລະ ພັດທະນາຊົນນະບົດສຸມໃສ່ປະຕິບັດໜ້າທີ່ກໍ່ສ້າງຊົນນະບົດໃໝ່ ແລະ ສືບຕໍ່ປ່ຽນໃໝ່ເສດຖະກິດຮ່ວມມື. ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ຫງວຽນດັງຄວາ, ໄດ້ນັ້ນໜັກວ່າ.
“ ຄວນສຸມໃສ່ຍົກສູງສະຕິຄວາມຮັບຮູ້ຢ່າງຄົບຖ້ວນ, ຖືກຕ້ອງໃຫ້ແກ່ພະນັກງານ ແລະ ປະຊາຊົນກ່ຽວກັບຊົນນະບົດໃໝ່ ແລະ ປ່ຽນໃໝ່ຍົກສູງຄຸນະພາບການບຳລຸງສ້າງ, ຝຶກອົບຮົມຖັນແຖວພະນັກງານເຮັດວຽກງານກໍ່ສ້າງຊົນນະບົດໃໝ່. ສຳຄັນທີ່ສຸດນັ້ນແມ່ນຫັນບັນດາສິ່ງທີ່ຫຍຸ້ງຍາກໃນມະຕິໃຫ້ກາຍເປັນສິ່ງທີ່ງ່າຍດາຍ ແລະ ໃກ້ຊິດກັບປະຊາຊົນ ”.