ປາບາຊາຢູ່ຫວຽດນາມ
ພາບ:internet
|
(vovworld)- ກະຊວງການຄ້າອາເມລິກາ ຫາກໍ່ປະກາດກ່ຽວກັບຂໍ້ຕົກລົງໂດຍສັງເຂບກ່ຽວກັບການກວດກາບໍລິຫານຄັ້ງທີ 9 ສຳລັບປາຈາ ແລະ ບາຊາ ນຳເຂົ້າຈາກຫວຽດນາມ ແລະ ປະກາດອັດຕາພາສີສຳລັບປາຈາແຊເຢັນຂອງຫວຽດນາມ ສົ່ງອອກໄປຍັງຕະຫລາດອາເມລິກາ. ວັນທີ 4/9, ຜູ້ຕາງຫນ້າທູດການຄ້າຫວຽດນາມປະຈຳ ອາເມລິກາ ໃຫ້ຮູ້ວ່າ: ນີ້ແມ່ນຂໍ້ຕົກລົງໂດຍບັງເອີນ ແລະ ມີຄວາມຂັດແຍ້ງຫລາຍຢ່າງ. ຕາມຂັ້ນຕອນຂອງກະຊວງການຄ້າ ອາເມລິກາ, ບັນດາວິສາຫະກິດສົ່ງອອກປາຈາ, ບາຊາ ຂອງຫວຽດນາມ ຈະມີເວລາ 4 ເດືອນເພື່ອພິຈາລະນາ, ຟ້ອງຮ້ອງກ່ຽວກັບຂໍ້ຕົກລົງຂອງການກວດກາບໍລິຫານຄັ້ງທີ 9.