ກະຊວງການຕ່າງປະເທດລັດເຊຍ: ບໍ່ສາມາດປົດ ລັດເຊຍ ອອກຈາກສະພາຄວາມໝັ້ນຄົງສະຫະປະຊາຊາດ

(VOVWORLD) -ທ່ານ Petr Ilyichev, ຫົວໜ້າກົມບັນດາອົງການຈັດຕັ້ງສາກົນຂອງກະຊວງການຕ່າງປະເທດ ລັດເຊຍ ຊີ້ແຈ້ງວ່າ, “ພາກທີ 2 ຂອງມາດຕາ 6 ກົດບັດສະຫະປະຊາຊາດກ່ຽວຂ້ອງເຖິງຂໍ້ຕົກລົງຂອງສະມັດຊາໃຫຍ່ກ່ຽວກັບເລື່ອງປົດອອກຈາກສະຫະປະຊາຊາດ.
ກະຊວງການຕ່າງປະເທດລັດເຊຍ: ບໍ່ສາມາດປົດ ລັດເຊຍ ອອກຈາກສະພາຄວາມໝັ້ນຄົງສະຫະປະຊາຊາດ - ảnh 1(ພາບປະກອບ: Reuters)

ວັນທີ 30 ມິຖຸນາ, ກະຊວງການຕ່າງປະເທດ ລັດເຊຍ ຊີ້ແຈ້ງວ່າ ບໍ່ສາມາດປົດ ລັດເຊຍ ອອກຈາກສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້, ໃນສະພາບກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ຢູແກຼນ Volodymur Zelensky ໄດ້ຮຽກຮ້ອງປົດ ລັດເຊຍ ອອກຈາກອົງການນີ້. ທ່ານ Petr Ilyichev, ຫົວໜ້າກົມບັນດາອົງການຈັດຕັ້ງສາກົນຂອງກະຊວງການຕ່າງປະເທດ ລັດເຊຍ ຊີ້ແຈ້ງວ່າ, “ພາກທີ 2 ຂອງມາດຕາ 6 ກົດບັດສະຫະປະຊາຊາດກ່ຽວຂ້ອງເຖິງຂໍ້ຕົກລົງຂອງສະມັດຊາໃຫຍ່ກ່ຽວກັບເລື່ອງປົດອອກຈາກສະຫະປະຊາຊາດ. ສິ່ງດັ່ງກ່າວຕ້ອງໄດ້ປະຕິບັດຕາມການສະເໜີແນະຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ”. ຍ້ອນເຫດນັ້ນ, ເພື່ອເອົາ ລັດເຊຍ ອອກຈາກສະພາຄວາມໝັ້ນຄົງນັ້ນ, ຕ້ອງດັດປັບກົດບັດສະຫະປະຊາຊາດ. ຕາມກົດບັດສະຫະປະຊາຊາດແລ້ວ, ບັນດາການດັດປັບຕ້ອງມີລາຍເຊັນຂອງທຸກໆສະມາຊິກຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. ພ້ອມກັນນັ້ນ, ລັດເຊຍ ມີປະຕິເສດຂໍ້ສະເໜີນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ