ກະຊວງອຸດສາຫະກໍາ ແລະ ການຄ້າ ຊຸກຍູ້ສິນຄ້າຫວຽດນາມເຂົ້າສູ່ຮ້ານສັບພະສິນຄ້າ ອາຟຼີກາໃຕ້

(VOVWORLD) -  ໃນລະຫວ່າງວັນທີ 10 – 14 ພຶດສະພາ, ຄະນະສົ່ງເສີມການຄ້າ ໂດຍຜູ້ຕາງໜ້າກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ນໍາໜ້າ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ອາຟຼີກາໃຕ້ ເພື່ອແນໃສ່ໂຄສະນາ ແລະ ຊຸກຍູ້ລາຍການ ນໍາສິນຄ້າຫວຽດນາມ ເຂົ້າເຖິງຜູ້ຊົມໃຊ້ ອາຟຼີກາໃຕ້ ຜ່ານບັນດາລະບົບຂາຍຍ່່ອຍຢູ່ປະເທດນີ້.

        ໃນໄລຍະປະຕິບັດງານຢູ່ ອາຟຼີກາໃຕ້, ຄະນະໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຄື: ກອງປະຊຸມສໍາມະນາດ້ວຍຫົວຂໍ້ວ່າ “ນໍາສິນຄ້າ ຫວຽດນາມ ເຂົ້າສູ່ລະບົບຮ້ານສັບພະສິນຄ້າ ອາຟີຼກາໃຕ້”; ຈັດຕັ້ງກອງປະຊຸມສໍາມະນາສົ່ງເສີມການຄ້າ; ເຮັດວຽກກັບກຸ່ມບໍລິສັດແຈກຢາຍ ໃຫຍ່ທີ່ສຸດຂອງ ອາຟຼີກາໃຕ້ Advance Cash & Carry; ຈັດຕັ້ງງານວາງສະແດງ ແລະ ແນະນໍາສິນຄ້າຕົວຢ່າງ ຢູ່ຮ້ານສັບພະສິນຄ້າໃຫຍ່ບາງແຫ່ງຢູ່ ອາຟຼີກາໃຕ້.

        ຕາມທ່ານ ດ່າວແມ້ງດຶກ ຫົວໜ້າສໍານັກງານການຄ້າຫວຽດນາມ ປະຈໍາ ອາຟີຼກາໃຕ້ ແລ້ວ, ເພື່ອແນໃສ່ເພີ່ມວົງເງິນການຄ້າລະຫວ່າງສອງປະເທດໃຫ້ບັນລຸໄດ້ຫຼາຍກວ່າອີກ, ໃນໄລຍະຈະມາເຖິງ ຄາດວ່າຈະມີຫຼາຍຄະນະສົ່ງເສີມການຄ້າຫວຽດນາມ ຈະໄປຢ້ຽມຢາມ ແລະ ເຮັດວຽກຢູ່ ອາຟຼີກາໃຕ້. 

ຕອບກັບ

ຂ່າວ/ບົດ​ອື່ນ