ການທ່ອງທ່ຽວຢູ່ຫວຽດນາມຢືນອັນດັບ2ຂອງໂລກກ່ຽວກັບລາຍຈ່າຍຖືກ

ການທ່ອງທ່ຽວຢູ່ຫວຽດນາມຢືນອັນດັບ2ຂອງໂລກກ່ຽວກັບລາຍຈ່າຍຖືກ - ảnh 1
ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ສວຍ​ງາມ​ຢູ່​ຫວຽດ​ນາມ
ພາບ:internet

(vovworld)- ​​ໜ້າ​ເວັບ​ທ່ອງ​ທ່ຽວ skyscanner ຂອງ​ອັງ​ກິດ​ຫາກໍ່​ປະ​ກາດ​ບັນ​ດາ​ບັນ​ຊີລາຍ​ຊື່​ປະ​ເທດ​ທີ່​ມີ​ລາຍ​ຈ່າຍ​ຖືກ​ທີ່​ສຸດ​ໃນ​ໂລກ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ. ຕາມນັ້ນ​ແລ້ວ, ຫວຽດ​ນາມ​ແມ່ນ​ປະ​ເທດ​ຈັດ​ຢູ່​ອັນ​ດັບ​ທີ່ 2 ຖັດ​ຈາກ​ກຳ​ປູ​ເຈຍ. ຕາມ skyscanner ແລ້ວ, ຫວຽດ​ນາມ​ກຳ​ລັງ​ແມ່ນ​ຈຸດ​ນັດ​ພົບ​ທີ່​ດູດ​ດຶ່​ມ​ໃນ​ໂລກ​ດ້ວຍ​ລາຍ​ຈ່າຍ​ການ​ທ່ອງ​ທ່ຽວ​ຢູ່​ລະ​ດັບ​ປານ​ກາງ. ມາ​ທ່ອງ​ທ່ຽວຢູ່ຫວຽດ​ນາມ, ແຂກ​ພຽງ​ແຕ່​​ຈ່າຍເງິນ 170.000 ດົງ​​ຕໍ່​ມື້ເທົ່າ​ນັ້ນ. ບັນ​ດາ​ສະ​ຖານ​ທີ່​ຄື : ຄຸ້ມ​ເມືອງ​ເກົ່າ​ໂຮ້ຍ​ອານ, ດາ​ນັງ, ຍາ​ຈາງ, ອ່າວ​​ຮ້າ​ລອງ ແມ່ນ​​ສະ​ຖານ​ທີ່ ທີ່​ນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນ​ເລືອກ​ໄປ​ທ່ຽວ.

ຂ່າວ/ບົດ​ອື່ນ