ການນຳກະຊວງປ້ອງກັນປະເທດ ຕ້ອນຮັບຄະນະຜູ້ແທນກະຊວງການຕ່າງປະເທດຍີ່ປຸ່ນ

(VOVWORLD) -ທ່ານພົນໂທ ຫງຽວນຈີ໋ຫວິງ ເນັ້ນໜັ້ກວ່າ ຍ້ອນມີລັກສະນະສັບສົນ, ຂອບຂະໜາດຂອງບັນດາໂຄງການກຳຈັດສິ່ງແວດລ້ອມຖືກມົນລະພິດດີໂອຊິນ, ຫວຽດນາມຍາມໃດກໍຕັ້ງໜ້າຂົນຂວາຍການໜູນຊ່ວຍຂອງປະຊາຄົມສາກົນ, ໃນນັ້ນ, ມີປະເທດຍີ່ປຸ່ນ

ການນຳກະຊວງປ້ອງກັນປະເທດ ຕ້ອນຮັບຄະນະຜູ້ແທນກະຊວງການຕ່າງປະເທດຍີ່ປຸ່ນ - ảnh 1  ທ່ານພົນໂທ ຫງຽວນຈີ໋ຫວິງ

(ພາບປະກອບ)

ຕອນບ່າຍວັນທີ 03 ເມສາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຫງຽວນຈີ໋ຫວິງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ , ຫົວໜ້າອົງການປະຈຳຄະນຳຊີ້ນຳແຫ່ງຊາດ ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ແລະ ສານພິດເຄມີ ພາຍຫຼັງສົງຄາມຢູ່ຫວຽດນາມ (ຄະນະຊີ້ນຳ 701) ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກະຊວງການຕ່າງປະເທດຍີ່ປຸ່ນ ໂດຍທ່ານນາງ Yukiko Okano, ສັງກັດກົມຮ່ວມມືສາກົນ, ກະຊວງການຕ່າງປະເທດຍີ່ປຸ່ນ ເປັນຫົວໜ້າຄະນະ ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານພົນໂທ ຫງຽວນຈີ໋ຫວິງ ເນັ້ນໜັ້ກວ່າ ຍ້ອນມີລັກສະນະສັບສົນ, ຂອບຂະໜາດຂອງບັນດາໂຄງການກຳຈັດສິ່ງແວດລ້ອມຖືກມົນລະພິດດີໂອຊິນ, ຫວຽດນາມຍາມໃດກໍຕັ້ງໜ້າຂົນຂວາຍການໜູນຊ່ວຍຂອງປະຊາຄົມສາກົນ, ໃນນັ້ນ, ມີປະເທດຍີ່ປຸ່ນ. ທ່ານພົນໂທ ຫງຽວນຈີ໋ຫວິງ ເຊື່ອໝັ້ນວ່າ ການມາເຮັດວຽກຄັ້ງນີ້ຂອງຄະນະ ຈະເປີດການເຄື່ອນໄຫວຮ່ວມມືຫຼາຍຢ່າງລະຫວ່າງສອງຝ່າຍໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງ ຈາກສົງຄາມເວົ້າລວມ ແລະ ແກ້ໄຂຜົນຮ້າຍຂອງທາດພິດສີສົ້ມດີໂອຊິນຢູ່ຫວຽດນາມເວົ້າສະເພາະ, ອັນໄດ້ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນຮ່ວມມືອັນດີງານລະຫວ່າງຫວຽດນາມ - ຍີ່ປຸ່ນໃຫ້ເປັນຢ່າງດີ.


ຕອບກັບ

ຂ່າວ/ບົດ​ອື່ນ