ການນຳນະຄອນໂຮ່ຈິມິນພົບປະກັບບັນດາສຳນັກງານຜູ້ຕາງໜ້າຂອງຕ່າງປະເທດເນືອງໃນໂອກາດບຸນປີໃໝ່ປີມະເມຍ 2014

ການນຳນະຄອນໂຮ່ຈິມິນພົບປະກັບບັນດາສຳນັກງານຜູ້ຕາງໜ້າຂອງຕ່າງປະເທດເນືອງໃນໂອກາດບຸນປີໃໝ່ປີມະເມຍ 2014 - ảnh 1
ທ່ານປະທານຄະນະ ກຳມະການປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ເລ​ຮ່ວາງ​ກວນ (ເບື້ອງຊ້າຍ) ຈັບມືທ່ານ Anatoni Borovik ຫົວ​ໜ້າ​ກົງ​ສູນ​ໃຫຍ່​ແຫ່ງ ສ. ລັດ​ເຊຍ​ປະຈຳ​ຫວຽດນາມ​

(vovworld)- ຕອນ​ຄ່ຳ​ວັນ​ທີ 23/1, ການ​ນຳ​ນະຄອນ​ໂຮ່ຈິ​ມິນ​ໄດ້​ມີ​ການ​ພົບ​ປະ​ສ້າງສັນ​ກັບ​ບັນດາ​ສຳ​ນັກ​ງານຜູ້​ຕາງໜ້າ​ຂອງ​ຕ່າງປະ​ເທດ​ເນືອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ຫວຽດນາມ ປີ​ມະ​ເມຍ 2014 ຊຶ່ງ​ມີການເຂົ້າຮ່ວມ ຂອງຜູ້ຕາງໜ້າ​ບັນດາ​ສະຖານກົງສູນ​ໃຫຍ່, ບັນດາ​ອົງການ​ສຳນັກງານ​ເສດຖະກິດ - ການ​ຄ້າ - ວັດທະນະທຳ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ບັນດາ​ອົງການ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ ​ແລ​ະ ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ປະ​ເທດ​ຕ່າງໆ​ປະຈຳ​ນະຄອນ​ໂຮ່ຈິມິນ ຈຳນວນເກືອບ 200 ຄົນ. ທີ່ການພົບປະ, ທ່ານປະທານຄະນະ ກຳມະການປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ເລ​ຮ່ວາງ​ກວນ ​ໄດ້​ໃຫ້​ບັນດາ​ຜູູ້​ແທນ​ທີ່​ເຂົ້າ​ຮ່ວມ​ຮັບ​ຊາບ​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ​ສັງຄົມ​ຂອງ​ນະຄອນ​ໃນ​ປີ 2013 ​ແລະ ບັນດາ​ການ​ກຳນົດ​ທິດ​ພັດທະນາ​ໃນ​ປີ 2014 ຂອງ​ຫວຽດນາມ​ເວົ້າ​ລວມ ​ແລະ ຂອງ​ນະຄອນ​ໂຮ່ຈິ​ມິນ​ເວົ້າ​ສະ​ເພາະ ຊຶ່ງ​ໄດ້ບັນລຸ​ບັນດາ​ໝາກຜົນ​ທີ່​ດີງາມ​ໃນ​ທຸກ​ຂົງ​ເຂດ, ປະກອບສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນ​ສາມັກຄີ​ມິດຕະພາບ, ຍູ້​ແຮງ​ການ​ສົ່ງ​​ເສີມ​ການ​ຄ້າ, ການ​ລົງທຶນ, ການ​ທ່ອງ​ທ່ຽວ, ວັດທະນະທຳ​ສັງຄົມ.....

   ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ Anatoni Borovik ຫົວ​ໜ້າ​ກົງ​ສູນ​ໃຫຍ່​ແຫ່ງ ສ. ລັດ​ເຊຍ​ປະຈຳ​ຫວຽດນາມ​ເນັ້ນ​ໜັກ​ວ່າ :

   “ ປີ 2013 ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ປິ​ທີ່​ນະຄອນ​ໂຮ່ຈິ​ມິນ​ປະ​ສັບ​ຜົນສຳ​ເລັດ​ດ້ວຍ​ບັນດາ​ໝາກຜົນ​​ເປັນ​ໜ້າ​ຊື່ນ​ຊົມ​ໃນ​ຂົງ​ເຂດ​ຕ່າງໆ. ດັດຊະນີ​ການ​ເຕີບ​ໂຕ​ຄິດ​ສະ​ເລ່ຍ​ເພີ່ມ​ຂຶ້ນ​ເກືອບ​ທົບ 2 ​ເທົ່າ​ເມື່ອ​ທຽບ​ໃສ່​ທົ່ວ​ປະ​ເທດ. ​ໃນ​ນາ​​ມຜູ້ຕາງໜ້າ​ຄະນະ​ຜູ້​ແທນ​ກົງ​ສູນ, ຂ້າພະ​ເຈົ້າ​ຢັ້ງຢືນ ​ແລະ ​ເຄົາລົບ​ຕໍ່​ການ​ໜູນ​ຊ່ວຍ​ຢ່າງ​ຕັ້ງໜ້າ​ຂອງ​ການ​ນຳ​ນະຄອນ​ໃນ​ການ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ຕ່າງ​ປະ​ເທດ, ປະກອບສ່ວນ​ປັບປຸງ​ນ້ຳ​ໃຈ​ມິດຕະພາບ ​ແລະ ຄວາມ​ເຂົ້າ​ໃຈ​ຊຶ່ງ​ກັນ ​ແລະ ກັນ​ລະຫວ່າງປະຊາຊົນ​ບັນດາປະ​ເທດ” . 

ຂ່າວ/ບົດ​ອື່ນ