ຕອນເຊົ້າວັນທີ 20/1, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮູ່ງໄດ້ ອວຍພອນປີໃໝ່ ບັນດາພະນັກງານ, ພາລະກອນ ຫ້ອງວ່າການສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເນັ້ນໜັກວ່າ: ປີ 2012, ໜ້າທີ່ທີ່ໄດ້ວາງອອກໃຫ້ແກ່ຖັນແຖວພະນັກງານ, ພາລະກອນຫ້ອງວ່າການສະພາແຫ່ງຊາດ ຍັງໜັກໜ່ວງໃນທຸກໆຂົງເຂດ, ຕິດພັນກັບການເຄື່ອນໄຫວຕ່າງໆຂອງສະພາແຫ່ງຊາດ, ພິເສດແມ່ນວຽກງານສ້າງກົດໝາຍ. ທ່ານປະທານສະພາແຫ່ງຊາດປາດຖະໜາວ່າ: ດ້ວຍມູນເຊື້ອ, ບົດຮຽນໃນວຽກງານຂອງຕົນ, ໝູ່ພະນັກງານຫ້ອງວ່າການສະພາແຫ່ງຊາດຈະສືບຕໍ່ສ້າງສຳເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍເປັນຢ່າງດີ, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດວຽກງານຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ແລະ ບັນດາອົງການຂອງສະພາແຫ່ງຊາດໃນປີ 2012 ຢ່າງມີໄຊ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ, ພໍ່ແມ່ ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 19/1, ທ່ານດິງເທ໋ຮິວງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ໄປຢ້ຽມາມ ແລະ ອວຍພອນປີໃໝ່ບັນດາຄອບຄົວນັກສີລະປິນ ແລະ ປັນຍາຊົນທີ່ມີການປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນພາລະກິດກໍ່ສ້າງ ແລະ ພັດທະນາພື້ນຖານສຶກສາ, ວັນນະຄະດີ, ສະລະປະ ແລະ ສື່ມວນຊົນຫວຽດນາມ. ທ່ານດິງເທ໋ຮິວງ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຄອບຄົວອາຈານປະຊາຊົນ ຫວູຮືວບີງ, ສ. ຂະແໜງແພດສາດ ຫງວຽນບືວຈຽວ, ສ. ຮ່າມິນດືກ, ອະດີດຫົວໜ້າສະຖາບັນວັນນະຄະດີຫວຽດນາມ ແລະ ອື່ນໆ. ທ່ານດິງເທ໋ຮິວງ ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນຫວຽດນາມຈະຈົດຈຳບັນດາການປະກອບສ່ວນ, ຄວາມຮູ້ ແລະ ບົດຮຽນຂອງບັນດານັກສິລະປິນ ແລະ ນັກປັນຍາຊົນ, ນີ້ແມ່ນບົດຮຽນອັນລ້ຳຄ່າທີ່ມີຕໍ່ປະເທດຊາດເວົ້າລວມ ແລະ ພະນັກງານນັກສີລະປິນ ແລະ ນັກປັນຍາຊົນໜູ່ມລຸ້ນຫຼັງເຮັດຕາມ.