ການນຳວິທະຍຸກະຈາຍສຽງຫວຽດນາມຕ້ອນຮັບການນຳວິທະຍຸກະຈາຍສຽງແຫ່ງຊາດລາວ

ການນຳວິທະຍຸກະຈາຍສຽງຫວຽດນາມຕ້ອນຮັບການນຳວິທະຍຸກະຈາຍສຽງແຫ່ງຊາດລາວ  - ảnh 1
(ພາບປະກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 24/12, ຢູ່​ສະຖານີ​ວິທະຍຸ​ກະຈາຍສຽງ​ຫວຽດນາມ 58 ຖະໜົນ ກວ໋ານຊື໋, ຮ່າ​ໂນ້ຍ, ການ​ນຳ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ການ​ນຳ​ຂັ້ນ​ສູງ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ ​ໂດຍ​ທ່ານ​ທອງ​ພິມ ດີ​ມາ​ນີວົງ, ຮອງ​ຜູ້ອຳນວຍການ​ໃຫຍ່ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ ນຳ​ໜ້າ​ຄະນະ​ມາ​ເຮັດ​ວຽກ​ກັບ​ວິທະຍຸ​ກະຈາຍສຽງ​ຫວຽດນາມ

ຕ່າງ​ໜ້າ​ຄະນະ​ການ​ນຳວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ, ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່ທອງ​ພິມ ດີ​ມາ​ນີວົງ ​​ໄດ້ເນັ້ນ​ໜັກ​ເຖິງ​ການ​ພົວພັນ​ອັນ​ສະໜິດ​ແໜ້ນ​ລະຫວ່າງວິທະຍຸ​ກະຈາຍສຽງສອງ​ປະ​ເທດ, ຢືນຢັນ​ເຖິງ​ການ​ພັດທະນາ​ກະ​ໂດດ​ຂັ້ນ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ຫວ່າງ​ແລ້ວ​ນີ້,​ລັດຖະບານ​ຫວຽດນາມ ​ໄດ້​ຊ່ວຍ​ລັດຖະບານ​ລາວ​ກໍ່ສ້າງ​ສະຖານີ​ສົ່ງ​ສັນຍານ 4 ​ແຫ່ງ, ພາຍຫຼັງ​ກໍ່​ສ້າງ​ສຳ​ເລັດ​ຈະ​ສາມາດສົ່ງ​ສັນຍານ​ໄປ​ທົ່ວ​ປະ​ເທດ​ໄດ້. ທ່ານ​ທອງ​ພິມ ຫວັງ​ວ່າ, ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ ​ແລະ ຫວຽດນາມ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ, ພິ​ເສດ​ແມ່ນ​ການ​ຊ່ວຍ​ເຫຼືອ, ໜູນ​ຊ່ວຍ​ຈາກ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໃນ​ວຽກ​ງານ​ບຳລຸງ​ສ້າງ.

ຕາງໜ້າ​ການ​ນຳ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່ ຫວູຫາຍ ​ໄດ້​ເນັ້ນ​ໜັກ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ນຳ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ ທັງ​ສອງ​ປະ​ເທດ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​​ໂຄງການ​ຮ່ວມ​ມື​ຫຼາຍ​ສະບັບ, ​ໃນ​ນັ້ນ​ມີ​ການ​ແລກປ່ຽນບັນດາ​ລາຍການ​ກະຈາຍສຽງ, ​ເພີ່ມ​ທະວີ​ວຽກ​ງານ​ບຳລຸງ​ສ້າງ​ນັກ​ເຕັກນິກ, ນັກ​ຂ່າວ​ທາງ​ດ້ານ​ວິຊາ​ການ

ຂ່າວ/ບົດ​ອື່ນ