ທ່ານ Kim Jong un
ພາບ:TTXVN
|
(vovworld)- ວັນທີ 3/5, ສຳນັກຂ່າວສານສູນກາງ ສປປ ເກົາຫລີ ໃຫ້ຮູ້ວ່າ: ການນຳປະເທດນີ້ ທ່ານ Kim Jong un ຫາກໍ່ໄປຢ້ຽມຢາມສູນບັນຊາດາວທຽມແຫ່ງໃຫມ່ທີ່ຫາກໍ່ໄດ້ຮັບການກໍ່ສ້າງ ແລະ ຖະແຫລງວ່າ ພຽງຢາງ ຈະສືບຕໍ່ພັດທະນາເຕັກໂນໂລຊີອາວະກາດ ໂດຍບໍ່ຫົວຊາຕໍ່ຄຳສັ່ງຂວ້ຳບາດຈາກສາກົນ. ສູນແຫ່ງນີ້ ແມ່ນຂຶ້ນກັບ ອົງການພັດທະນາອາວະກາດແຫ່ງຊາດ ສປປ ເກົາຫລີ. ສຳນັກຂ່າວສານສູນກາງ ສປປ ເກົາຫລີ ໄດ້ຄັດຄຳເວົ້າຂອງທ່ານ Kim Jong un ເມື່ອຢ້ຽມຢາມສູນດັ່ງກ່າວວ່າ: ພັດທະນາອາວະກາດເພື່ອຈຸດປະສົງສັນຕິພາບ ແມ່ນການເລືອກເຟັ້ນຂອງພັກ, ປະຊາຊົນ ສປປ ເກົາຫລີ ແລະ ກໍແມ່ນສິດອັນຊອບທຳຂອງປະເທດນີ້.