ການນຳແນວໂຮມປະເທດຊາດຫວຽດນາມຕ້ອນຮັບຄະນະຜູ້ແທນທະນາຍຄວາມລາວ

ການນຳແນວໂຮມປະເທດຊາດຫວຽດນາມຕ້ອນຮັບຄະນະຜູ້ແທນທະນາຍຄວາມລາວ - ảnh 1
ທ່ານ​ຫງວຽນ​ວັນ​ຟາ ຕ້ອນ​ຮັບ​ທະ​ນາຍ​ຄວາມ ຄ​ຳ​ໄຊ ສຸ​ລິ​ນ​ທອນ
(ພາບ: mattran)

(vovworld) – ຕ​ອນ​ເຊົ້າ​ວັນ​ທີ 24/05, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ວັນ​ຟາ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ ທະ​ນາຍ​ຄວາມລາວ ໂດຍ​ທະ​ນາຍ​ຄວາມ ຄ​ຳ​ໄຊ ສຸ​ລິ​ນ​ທອນ, ​ເປັນປະ​ທານ​ຄະ​​ນະ ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທ່ານ ຫງວຽນ​ວັນ​ຟາ ເຊື່ອ​ໝັ້ນ​ວ່າ, ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຂອງ​ຄະ​ນະ​ທະ​ນາຍ​ຄວາມ​ລາວ ຢູ່​ຫວຽດ​ນາມ ຈະ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງວົງ​ການ​ທະ​ນາຍ​ຄວາມ 2 ປະ​ເທດ, ປະ​ກອ​ບ​ສ່ວນ​ຊ​ຸກ​ຍູ້​ສາຍ​ພົວ​ພັນ​ສາ​ມັກ​ຄີ, ມິດ​ຕະ​ພາບ​ແບບ​ພິ​ເສດ​ລະ​ຫວ່າງ​ຫວຽດ​ນາມ - ລ​າວ.

        ສ່ວນ​ທ່ານ ຄ​ຳ​ໄຊ ສຸ​ລິ​ນ​ທອນ ​ໄດ້ແຈ້ງ​ໃຫ້​ທ່າ​ນ ຫງວຽນ​ວັນ​ຟາ ຊາບ​ບັນ​ດາ​ຜົນ​ງານ​ແຫ່ງ​ການ​ເຮັດ​ວຽກກັບສະ​ຫະ​ພັນ​ທະ​ນາຍ​ຄວາມ​​ຫວຽດ​ນາມ ແລະ ຄະ​ນະ​ທະ​ນາຍ​ຄວາມ​ຮ່າ​ໂນ້​ຍ. ຜ່ານ​ບັນ​ດາ​ການ​ພົບ​ປະ​ແລກ​ປ່ຽນ, 2 ຝ່າຍ​ໄດ້​ແລກ​ປ່ຽນ​​ ແບ່ງ​ປັນ​ບົດ​ຮຽນ​ຕ່າງ​ກ່ຽວ​ກັບ​ບັນ​ດາ​ຂົງ​ເຂດ​ທີ່​ແຕກ​ຕ່າງ​ກັນ ໃນ​ວິ​ວັດ​ການ​ດຳ​ເນີນ​ອາ​ຊີບທະ​ນາຍ​ຄວາມ.

ຂ່າວ/ບົດ​ອື່ນ