ການບຸກໂຈມຕີໃສ່ສະຖານທູດ ອາເມລິກາ ປະຈຳ ອີຣັກ ດ້ວຍ ຣັອກແກັດ
(VOVWORLD) -ວັນທີ 26 ມັງກອນ, ອົງການສື່ມວນຊົນຂອງກອງບັນຊາການບັນດາບັ້ນຮົບຮ່ວມຢູ່ ອີຣັກ ໃຫ້ຮູ້ວ່າ ມີ ຣັອກແກັດ 5 ລູກຖືກຍິງ ແລະ ຕົກຢູ່ຂອບເຂດໃກ້ກັບສະຖານທູດ ອາເມລິກາ ໃນເຂດຂຽວຢູ່ນະຄອນຫລວງ Baghdad. ເຖິງຢ່າງໃດກໍ່ຕາມ, ໃນເຫດການດັ່ງກ່າວ ບໍ່ມີຄົນຮັບບາດເຈັບ ແລະ ເສຍຊີວິດ.
ສະຖານທູດ ອາເມລິກາ ປະຈຳ Baghdad, ພາບ: Reuters |
ໃນການຜັນແປອື່ນທີ່ກ່ຽວຂ້ອງ, ທ່ານ Adel Abdul Mahdi ຜູ້ວ່າການແທນນາຍົກລັດຖະມົນຕີ ໄດ້ກ່າວປະນາມເຫດບຸກໂຈມຕີແນໃສ່ສະຖານທູດ ອາເມລິກາ. ໃນແຈ້ງການ, ທ່ານນາຍົກລັດຖະມົນຕີ Abdul Mahdi ໃຫ້ຮູ້ວ່າ: ທ່ານໄດ້ຮຽກຮ້ອງຜັນຂະຫຍາຍບັນດາກຳລັງຂອງ ອີຣັກ ເພື່ອປ້ອງກັນຄວາມສະຫງົບ ກໍ່ຄືເພີ່ມທະວີການສືບສວນໄລ່ຈັບກຸ່ມຄົນປະຕິບັດເຫດບຸກໂຈມຕີດັ່ງກ່າວ.