ການປະຊຸມຂ່າວແນະນຳກອງປະຊຸມສຳມະນາ30ແຫ່ງການປ່ຽນໃໝ່ການທະຫານ,ປ້ອງກັນຊາດປ້ອງກັນຄວາມສະຫງົບ-ຜົນງານແລະບົດຮຽນ

ການປະຊຸມຂ່າວແນະນຳກອງປະຊຸມສຳມະນາ30ແຫ່ງການປ່ຽນໃໝ່ການທະຫານ,ປ້ອງກັນຊາດປ້ອງກັນຄວາມສະຫງົບ-ຜົນງານແລະບົດຮຽນ - ảnh 1
(ການ​ປະ​ຊຸມ​ຂ່າວ​ແນະ​ນຳ​ກອງ​ປະ​ຊຸມ​ສຳ​ມະ​ນາ)

(vovworld) - ​​ ​ກອງ​ປະ​ຊຸມ​ສຳ​ມະ​ນາ “30 ປີແຫ່ງ​ການ​ປ່ຽນ​ໃໝ່​ການ​ທະ​ຫານ, ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ - ຜົນ​ງານແລະ​ບົດ​ຮຽນ” (1986 – 2016) ຈະ​ຖືກ​ດຳ​ເນີນ​ໃນ​ວັນ​ທີ 16/12 ຢູ່​ຮ່າ​ໂນ້ຍ. ທີ່​ການ​ປະ​ຊຸມ​ຂ່າວ​ໃນ​ຕອນ​ເຊົ້າ​ວັ​ນ​ທີ 13/12, ພົນ​ຈັດ​ຕະ​ວາ ຫງວຽນ​ເຟືອງ​ຢ້ຽນ, ຮອງ​ຫົວ​ໜ້າ​ກົມ​ໂຄ​ສະ​ນາ​ອົບ​ຮົມ, ກົມ​ໃຫຍ່​ການ​ເມືອງກອ​ງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ໃຫ້​ຮູ້​ວ່າ: ກອງ​ປະ​ຊຸມ​​ສົນ​ທະ​ນາໄດ້​ສຸມ​ໃສ່​ຢືນ​ຢັນ​ການ​ຊີ້​ນຳ, ນຳ​ພາ​ອັນ​ຖືກ​ຕ້ອງ, ສະ​ຫຼາດ​ສະ​ຫຼຽວ ແລະ ວິ​ໄສ​ທັດ​ຍຸດ​ທ​ະ​ສາດ​ຂອ​ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໃນ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່; ບົດ​ບາດ​ຊີ້​ນຳ​ຢ່າງ​​ຂ້ຽວ​ຂາດ, ໂດຍ​ກົງ​ໃນ​ທຸກ​ດ້ານ​ຂອງ​ພັກ​ສຳ​ລັບ​ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ແລະ ການ​ປ່ຽນ​ໃໝ່​ດ້ານ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ຕອບ​ສະ​ໜອງ​ຄວາມ​ຮ​ຽກ​ຮ້ອງ, ໜ້າ​ທີ່​ປັບ​ປຸງ​ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ສະ​ພາບ​ການ​ໃໝ່… ພົນ​ຈັດ​ຕະ​ວາ ຫງວຽນ​ເຟືອງ​ຢ້ຽວ ໃຫ້​ຮູ້​ວ່າ:

        “ກອງ​ປະ​ຊຸມ​ສຳ​ມະ​ນາ “30 ປີແຫ່ງ​ການ​ປ່ຽນ​ໃໝ່​ການ​ທະ​ຫານ, ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ - ຜົນ​ງານແລະ​ບົດ​ຮຽນ” ແມ່ນ​ວຽກ​ງານ​ມີ​ຄວາມ​ໝາຍ​ຢ່າງ​ແທດ​ຈິງ, ປະ​ກອບ​ສ່ວນ​ສຳ​ຄັນ​ຢືນ​ຢັນ​ບົດ​ບາດ​ຊີ້​ນຳ, ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ສຳ​ລັບ​ວຽກ​ງານ​ປ່ຽນ​ໃໝ່​ໜ້າ​ທີ່​ການ​ທະ​ຫານ, ປ້ອງ​ກັນ​ປະ​ເທດ ແລະ ແ​ກ່ນ​ສານ​ແມ່ນກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ເຊິ່ງ​ເປັນ​ປັດ​ໃຈ​ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ​ໃນ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ”

ຂ່າວ/ບົດ​ອື່ນ