(ພາບ:ອິນເຕີແນັດ)
(VOV)- ການປະຊຸມຮ່ອງຂອງຄະນະລັດຖະບານຫວຽດນາມ-ໄທ ຄັ້ງທີ 2 ໄດ້ຖືກໄຂຂຶ້ໃນຕອນເຊົ້າວັນທີ 27/10 ຢູ່ຮ່າໂນ້ຍ ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ແລະ ທ່ານນາງນາຍົກລັດຖະມົນຕີລາຊະອານາຈັກໄທ ຍິ່ງຮັກ ຊີນນາວັດ. ກ່າວຄຳເຫັນທີ່ວາລະໄຂ, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ເນັ້ນໜັກວ່າ:
“ໃນວາລະປະຊຸມສຳຄັນນີ້, ພວກເຮົາຄວນສຸມໃສ່ປຶກສາຫາລື ແລະ ວາງອອກບັນດາມາດຕະການ ແລະ ວິທີເຮັດວຽກທີ່ແທດຈິງ ແລະ ມີປະສິດທິຜົນເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງແຮງກ່ວາອີກໃນທຸກໆຂົງເຂດ, ກໍ່ຄືປຶກສາຫາລືວິທີການຮ່ວມມືຢ່າງແໜ້ນແຟ້ນກ່ວາອີກລະຫວ່າງສອງປະເທດໃນການສ້າງປະຊາຄົມອາຊຽນ. ຂ້າພະເຈົ້າເຊື່ອໝັ້ນວ່າ, ດ້ວຍຈິດໃຈດ່ັງກ່າວ, ການປະຊຸມຂອງພວກເຮົາຈະບັນລຸໝາກຜົນອັນດີງາມ, ເປັນຂີດໝາຍສຳຄັນໃໝ່, ຮັດແໜ້ນການພົວພັນຮ່ວມມືໃນຫຼາຍດ້ານທີ່ມີຢູ່ແລ້ວລະຫວ່າງສອງປະເທດ, ມຸ້ງໄປເຖິງການຍົກສາຍພົວພັນລະຫວ່າງຫວຽດນາມ ແລະ ໄທ ຂຶ້ນສູ່ລະດັບສູງໃໝ່“.
ທ່ານນາງນາຍົກລັດຖະມົນຕີລາຊະອານາຈັກໄທ ຍິ່ງຮັກ ຊີນນາວັດ ຢັ້ງຢືນວ່າ: ປະຈຸບັນ, ສາຍພົວພັນລະຫວ່າງຫວຽດນາມ ແລະ ໄທ ໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ໃນລະດັບສູງກ່ວາອີກ. ທ່ານນາງຫວັງວ່າ, ການປະຊຸມຮ່ອງຂອງຄະນະລັດຖະບານຄັ້ງນີ້ຈະສືບຕໍ່ເສີມຂະຫຍາຍ ແລະ ເປີດກ້ວາງການພົວພັນສອງຝ່າຍກ່ວາອີກ.