ການປະຕິວັດອຸດສາຫະກຳຄັ້ງທີ 4- ກາລະໂອກາດ ແລະ ສິ່ງທ້າທາຍສຳລັບ ຫວຽດນາມ

(VOVWORLD) - ການປະຕິວັດອຸດສາຫະກຳຄັ້ງທີ 4- ກາລະໂອກາດ ແລະ ສິ່ງທ້າທາຍສຳລັບ ຫວຽດນາມ - ນັ້ນແມ່ນຫົວຂໍ້ຂອງກອງປະຊຸມສຳມະນາໂດຍສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຈັດຕັ້ງໃນຕອນເຊົ້າວັນທີ 10/5 ຢູ່ຮ່າໂນ້ຍ. 
ການປະຕິວັດອຸດສາຫະກຳຄັ້ງທີ 4- ກາລະໂອກາດ ແລະ ສິ່ງທ້າທາຍສຳລັບ ຫວຽດນາມ - ảnh 1 ກອງປະຊຸມສຳມະນາໃນວັນທີ 10/5

ທີ່ກອງປະຊຸມສຳມະນາ, ມີຄຳເຫັນຫຼາຍຂໍ້ຖືວ່າ ຫວຽດນາມ ໄດ້ກາຍເປັນປະເທດອຸດສາຫະກຳທັນສະໄໝຢ່າງວ່ອງໄວ, ຄວນປະຕິຮູບ, ປັບປຸງພື້ນຖານການສຶກສາ, ບຳລຸງສ້າງ, ກໍ່ສ້າງ ແລະ ພັດທະນາບັນດາແຫຼ່ງທຶນເສດຖະກິດ, ທຶນສັງຄົມທີ່ມີຢູ່ແລ້ວ. ຕໍ່ໜ້າການພັດທະນາຂອງເຕັກໂນໂລຢີຂໍ້ມູນຂ່າວສານ, ການຮ່ຳຮຽນແມ່ນຄວາມຮຽກຮ້ອງຕ້ອງການຂອງທຸກໆຄົນເພື່ອສ້າງມະນຸດກະທຳ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງສັງຄົມ. ບັນດາຜູ້ແທນສຸມໃສ່ໄຈ້ແຍກກ່ຽວກັບບາງເນື້ອໃນຄື: ລັກສະນະ ແລະ ຜົນກະທົບຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ທີ່ມີຕໍ່ການພັດທະນາເສດຖະກິດ - ສັງຄົມ… ບັນດາຄຳເຫັນລ້ວນແຕ່ຢັ້ງຢືນວ່າ ການປະຕິວັດ ອຸດສາຫະກຳຄັ້ງທີ 4 ອາດສາມາດເປີດກາລະໂອກາດ, ສ້າງຄວາມສະດວກໃຫ້ແກ່ການພັດທະນາຂອງ ຫວຽດນາມ, ແຕ່ກໍ່ວາງອອກຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ