ການພັດທະນາເສດຖະກິດຕ້ອງເອົາໃຈໃສ່ເປັນພິເສດເຖິງການຮັກສາສິ່ງແວດລ້ອມ
ທ່ານ ຮອງນາຍົລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ
(ພາບ: toquoc.vn)
(vovworld)- ຕອນບ່າຍ ວັນທີ 6/9, ທ່ານ ຮອງນາຍົລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບບັນດາສະມາຊິກ ສະມາຄົມຮັກສາທຳມະຊາດ ແລະ ສິ່ງແວດລ້ອມຫວຽດນາມ ເນື່ອງໃນໂອກາດເວທີປາໄສ “ເສດຖະກິດຂຽວ ໃຫ້ແກ່ການພັດທະນາແບບຍືນຍົງ ປີ 2016” ຊຶ່ງຫາກໍ່ດຳເນີນ ຢູ່ຮ່າໂນ້ຍ. ພາຍຫຼັງທີ່ໄດ້ຮັບຟັງບັນດາຄຳເຫັນ ຂອງບັນດານັກວິທະຍາສາດ, ນັກຊ່ຽວຊານ ກ່ຽວກັບສິ່ງແວດລ້ອມ, ທ່ານ ຮອງນາຍົລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ຕີລາຄາສູງຂໍ້ລິເລີ່ມ ຂອງສະມາຄົມ ສົມທົບກັບວາລະສານສຸກຂະພາບ ແລະ ສິ່ງແວດລ້ອມ ຈັດຕັ້ງເວທີປາໄສການພັດທະນາເສດຖະກິດຂຽວ ຫວຽດນາມ ປີ 2016, ດ້ວຍຫົວຂໍ້ຕິດພັນກັບບົດບາດ, ໜ້າທີ່ຂອງວິສາຫະກິດ. ທ່ານ ຮອງນາຍົລັດຖະມົນຕີ ເນັ້ນໜັກວ່າ: ວິສາຫະກິດຕ້ອງປະຕິບັດຕາມລະບຽບກົດໝາຍ ໃນການຮັກສາສິ່ງແວດລ້ອມທຳມະຊາດ, ພັດທະນາເສດຖະກິດ ແຕ່ຕ້ອງເອົາໃຈໃສ່ເປັນພິເສດ ເຖິງການຮັກສາສິ່ງແວດລ້ອມ. ທ່ານ ຮອງນາຍົລັດຖະມົນຕີ ຊີ້ແຈ້ງວ່າ: “ເສດຖະກິດຂຽວ” ແມ່ນບັນຫາທີ່ພັກ, ລັດ ຖືເປັນສຳຄັນທີ່ສຸດ. ນັບແຕ່ປີ 2013, ສູນກາງພັກ ໄດ້ມີຫົວຂໍ້ສະເພາະເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຮັກສາສິ່ງແວດລ້ອມ. ຫວ່າງມໍ່ໆນີ້, ມະຕິກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກ ໄດ້ວາງໜ້າທີ່ສັງລວມທັງໝົດ ໃຫ້ອາຍຸການ 2016-2020 ແມ່ນ “ຮັກສາ, ຂຸດຄົ້ນຊັບພະຍາກອນທຳມະຊາດຢ່າງມີປະສິດທິຜົນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ”. . ທ່ານ ຮອງນາຍົລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ສະເໜີ ສະມາຄົມສືບຕໍ່ປັບປຸງການເຄື່ອນໄຫວ, ເພີ່ມທະວີການຮ່ວມມືກັບສາກົນ, ການພົວພັນຕ່າງປະເທດຂອງປະຊາຊົນ ເພື່ອຮຽກຮ້ອງບັນດາແຫຼ່ງກຳລັງ ຂອງສາກົນ ໃຫ້ເປົ້າໝາຍພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຢູ່ຫວຽດນາມ ຢ່າງມີປະສິດທິຜົນ.