ການພົບປະສົນທະນາໂດຍກົງຜ່ານເຄືອຂ່າຍອິນເຕີແນດ
ກ່ຽວກັບການພັດທະນາເຂດທົ່ງພຽງແມ່ນ້ຳຂອງ
ພາບ:chinhphu.vn
|
(vovworld) - ຕອນເຊົ້າວັນທີ 22/4, ຢູ່ ນະຄອນ Can Tho ໄດ້ດຳເນີນການພົບປະສົນທະນາໂດຍກົງຜ່ານເຄືອຂ່າຍອິນເຕີແນດກ່ຽວກັບການພັດທະນາເຂດທົ່ງພຽງແມ່ນ້ຳຂອງຢ່າງວ່ອງໄວ ແລະ ຍືນຍົງ. ທີ່ການພົບປະສົນທະນາ, ບັນດາຜູ້ແທນໄດ້ຮັບຮູ້ວ່າ: ໃນ 10 ປີຜ່ານມາ (2001 -2010), ເສດຖະກິດຂອງບັນດາແຂວງ, ນະຄອນ ໃນເຂດໄດ້ມີບາດກ້າວພັດທະນາຢ່າງວ່ອງໄວ, ລະບົບການເມືອງ, ການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຢູ່ໃນເຂດໄດ້ຮັບການປັບປຸ່ງ ແລະ ເພີ່ມທະວີ, ເປັນຕົ້ນໃນບໍລິເວນຍຸດທະສາດ, ເຂດຊາຍແດນ, ໝູ່ເກາະ. ໃນນັ້ນ, ທົ່ວແຂວງໄດ້ກໍ່ສ້າງທາງຫລວງໃຫມ່ 10 ສາຍ ດ້ວຍຍອດຄວາມຍາວກວ່າ 2.500 ກິໂລແມດ ແລະ ເສັ້ນທາງເຊື່ອມຕໍ່ແຂວງເກືອບ 70 ສາຍ ພ້ອມກັນນັ້ນ ລະບົບຊົນລະປະທານ, ເຊດຊຸມຊົນ ແລະ ການກໍ່ສ້າງພັດທະນາເຂດຕົວເມືອງກໍໄດ້ຮັບຄວາມເອົາໃຈໃສ່ລົງທຶນ. ຄຽງຂ້າງນັ້ນ, ຂົງເຂດການສຶກສາ, ສາທາລະນະສຸກ ກໍໄດ້ຮັບການລົງທຶນປະກອບສ່ວນພັດທະນາເຂດທົ່ງພຽງແມ່ນ້ຳຂອງ. ເຖິງຢ່າງໃດກໍຕາມ, ຍັງມີຂໍ້ຄົງຕ້າງຫລາຍຢ່າງຕ້ອງໄດ້ຮັບການແກ້ໄຂໂດຍໄວ ເພື່ອໃຫ້ຮອດປີ 2020 ເຂດທົ່ງພຽງແມ່ນ້ຳຂອງສືບຕໍ່ແມ່ນເຂດຈຸດສຸມກ່ຽວກັບດ້ານກະສິກຳ, ສິນໃນນ້ຳຂອງທົ່ວປະເທດ.