ການພົບປະກັບຊາວຫວຽດນາມອາໄສຢູ່ ຕ່າງປະເທດ ຈະດຳເນີນໃນວັນທີ 7/1/2012
ຕອນເຊົ້າວັນທີ 30/12, ສະມາຄົມຕິດຕໍ່ພົວພັນຊາວຫວຽດນາມອາໃສຢູ່ຕ່າງປະເທດນະຄອນໂຮ່ຈິມິນ ໄດ້ຈັດການປະຊຸມຂ່າວກ່ຽວກັບລາຍການພົບປະກັບຊາວຫວຽດນາມອາໄສຢູ່ຕ່າງປະເທດໃນລະດູບານໃໝ່ປີ 2012, ປີມະໂຮງດ້ວຍຫົວເລື່ອງວ່າ “ຊາວຫວຽດນາມອາໄສຢູ່ຕ່າງປະເທດ-ຂົວຕໍ່ເຄື່ອງໝາຍການຄ້າຫວຽດນາມ”. ລາຍການດັ່ງກ່າວຈະດຳເນີນໄປໃນວັນທີ 7/1 ທີ່ຈະມາເຖິງທີ່ຫໍປະຊຸມນະຄອນໂຮ່ຈິມິນ ໂດຍມີການເຂົ້າຮ່ວມຂອງ ຊາວຫວຽດນາມອາໄສຢູ່ຕ່າງປະເທດແຕ່ 500 ຫາ 600 ຄົນ ທີ່ກັບເມືອປະເທດຕ້ອນຮັບບຸນປີໃໝ່ປະຈຳຊາດ. ທ່ານນາງ ເລືອງແບກເວີນ, ປະທານ ສະມາຄົມຕິດຕໍ່ພົວພັນຊາວຫວຽດນາມອາໄສຢູ່ຕ່າງປະເທດນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ: “ນັບແຕ່ດົນນານມາແລ້ວ, ຊາວຫວຽດນາມອາໄສຢູ່ຕ່າງປະເທດເຄີຍປະກອບ ສ່ວນເປັນຂົວຕໍ່ນຳສິນຄ້າຫວຽດນາມອອກຕ່າງປະເທດ ແຕ່ດ້ວຍການເຂົ້າເປັນສະມາຊິກອົງການການຄ້າໂລກຂອງຫວຽດນາມ, ການແກ່ງແຍ້ງນັບມື້ນັບຫຼາຍ. ສະນັ້ນ, ການໃຊ້ແຫຼ່ງກຳລັງ ຊາວຫວຽດນາມອາໄສຢູ່ຕ່າງປະເທດ ເຂົ້າຮ່ວມລາຍ ການ “ຊາວຫວຽດນາມໃຫ້ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ”, ຂົນຂວາຍຊາວ ຕ່າງປະເທດໃຊ້ສິນຄ້າຫວຽດນາມ ແລະປະກອບສ່ວນແນະນຳສິນຄ້າຫວຽດນາມ ຢູ່ຕ່າງປະເທດແມ່ນສຳຄັນທີ່ສຸດ ”.