ການພົບປະສັງສັນກັບບັນດານັກວິທະຍາສາດຫວຽດນາມຢູ່ອົດສະຕາລີ
ບັນດານັກວິທະຍາສາດຫວຽດນາມຢູ່ ອົດສະຕາລີ
ພາບ:TTXVN
|
(vovworld)-ວັນທີ 4/7 ຢູ່ ນະຄອນຫລວງ Canberra, ສະຖານທູດຫວຽດນາມ ປະຈຳ ອົດສະຕາລີ ໄດ້ຈັດຕັ້ງການພົບປະສັງສັນກັບບັນດານັກວິທະຍາສາດ ຫວຽດນາມ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ອົດສະຕາລີ. ກ່າວຄຳເຫັນນະທີ່ນີ້ ທ່ານ ເລືອງແທງງີ້, ເອກອັກຄະລັດຖະທູດຫວຽດນາມ ປະຈຳອົດສະຕາລີ ໃຫ້ຮູ້ວ່າ: ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ ແລະ ອົດສະຕາລີ ພວມພັດທະນາຢ່າງຈົບງາມ. ສອງປະເທດພວມຕັ້ງຫນ້າຜັນຂະຫຍາຍສັນຍາຮ່ວມມືກ່ຽວກັບວິທະຍາສາດເຕັກໂນໂລຊີ ຊື່ງໄດ້ຮັບການລົງນາມໃນປີ 2013. ທ່ານ ເລືອງແທງງີ້ ຕີລາຄາສູງການປະກອບສ່ວນຂອງບັນດານັກວິທະຍາສາດຫວຽດນາມ ໃນໄລຍະຜ່ານມາ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງປະເທດຊາດ.