ການພົບປະສັງສັນເນື່ອງໃນໂອກາດບຸນປີໃຫມ່ປີມະແມຢູ່ອາເມລິກາ
ທ່ານ ເອກອັກຄະລັດຖະທູດ ຟ້າມກວາງວີງ
ພາບ:internet
|
(vovworld)- ຕອນເຊົ້າວັນທີ 6/2, ສະຖານທູດ ຫວຽດນາມ ປະຈຳອາເມລິກາ ໄດ້ຈັດຕັ້ງການພົບປະສັງສັນ ໂດຍມີການເຂົ້າຮ່ວມຂອງຊາວຫວຽດນາມ ແລະ ນັກຮຽນ, ນັກສຶກສາຫວຽດນາມ ພວມອາໄສ, ຮ່ຳຮຽນຢູ່ ນະຄອນຫລວງ ວໍຊີງຕັນ ແລະເຂດໃກ້ຄຽງ. ທ່ານ ເອກອັກຄະລັດຖະທູດ ຟ້າມກວາງວີງ ໃຫ້ຮູ້ວ່າ: ໃນປີ ຜ່ານມາ ຫວຽດນາມ ບັນລຸໄດ້ບັນດາຜົນງານທີ່ມີຄວາມໝາຍ ກ່ຽວກັບການສ້າງສາ ແລະ ພັດທະນາປະເທດຊາດ, ເປີດກວ້າງການພົວພັນກັບຕ່າງປະເທດ, ຍົກສູງທີ່ຕັ້ງບົດບາດຂອງຫວຽດນາມໃນເວທີສາກົນ, ໃນນັ້ນ GDP ບັນລຸ 5,98%, ຫວຽດນາມ ສືບຕໍ່ແມ່ນສະຖານທີ່ດຶງດູດນັກທ່ອງທ່ຽວ, ນັກລົງທຶນ.