ການພົບປະສົນທະນາກ່ຽວກັບ ຕ້ານການໃຊ້ຄວາມຮຸນແຮງໃນ ຄອບຄົວ
(ພາບປະກອບ)
(vovworld) - ດ້ວຍຫົວຂໍ້ວ່າ ”ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວຈະບໍ່ສຳເລັດຜົນ, ຖ້າຫາກບໍ່ມີການເຂົ້າຮ່ວມຂອງເພດຊາຍ” ການພົບປະສົນທະນານີ້ຖືກຈັດຂຶ້ນໃນຕອນເຊົ້າວັນທີ 19/11, ຢູ່ຮ່າໂນ້ຍ, ເພື່ອແນໃສ່ຍົກສູງຄວາມຮູ້ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ. ກ່າວຄວາມເຫັນຢູ່ທີ່ນີ້, ທ່ານນາງ Tran Thanh Binh, ຮອງປະທານສູນກາງສະຫະພັນແມ່ຍິງຫວຽດນາມ, ໃຫ້ຮູ້ວ່າ:
”ຍ້ອນການອົດທົນຂອງເອື້ອຍນ້ອງແມ່ຍິງ, ພ້ອມກັບທ່າທີ, ການກະທຳທີ່ມີລັກສະນະສິດອຳນາດຂອງເພດຊາຍ ໄດ້ພາໃຫ້ຂາດຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ເພີ່ມການໃຊ້ຄວາມຮຸນແຮງໃນຄອບຄົວ. ດັ່ງນັ້ນ, ຂ້າພະເຈົ້າຄິດວ່າເລື່ອງເພີ່ມທະວີການເຂົ້າຮ່ວມ ແລະ ການກະທົບ ເພື່ອປ່ຽນແປງການກະທຳຂອງເພດຊາຍທີ່ມີຕໍ່ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການໃຊ້ຄວາມຮຸນແຮງໃນຄອບຄົວ ແມ່ນມີຄວາມຈຳເປັນທີ່ສຸດໃນປະຈຸບັນ”.
ທີ່ການພົບປະສົນທະນາ, ບັນດາຜູ້ແທນລ້ວນແຕ່ຖືວ່າ ເພື່ອແກ້ໄຂບັນຫາໃຊ້ຄວາມຮຸນແຮງໃນຄອບຄົວ ແມ່ນຕ້ອງມີການເຂົ້າຮ່ວມຂອງເພດຊາຍ ເພາະວ່າເພດຊາຍແມ່ນປັດໃຈຕົ້ນຕໍ່ຂອງການໃຊ້ຄວາມຮຸນແຮງ. ຄຽງຂ້າງນັ້ນ, ຄວນຊຸກຍູ້ການເຄື່ອນໄຫວຍົກສູງຄວາມຮັບຮູ້ໃນປະຊາຄົມ, ພິເສດແມ່ນຄວາມຮັບຮູ້ຂອງເພດຊາຍໃນການຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ.