ການພົບປະສາມຝ່າຍ ອາເມລິກາ-ຍິ່ປຸ່ນ-ສເກົາຫຼີ ກ່ຽວກັບບັນຫາ ສປປເກົາຫຼີ ຈະດຳເນີນໄປໃນວັນທີ 19/6

ການພົບປະສາມຝ່າຍ ອາເມລິກາ-ຍິ່ປຸ່ນ-ສເກົາຫຼີ ກ່ຽວກັບບັນຫາ ສປປເກົາຫຼີ ຈະດຳເນີນໄປໃນວັນທີ 19/6 - ảnh 1

(ພາບປະກອບ:baomoi.com)

(vovworld)- ​​ ວັນທີ 14/6, ກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ: ອາເມລິກາ, ຍິ່ປຸ່ນ ແລະ ສເກົາຫຼີ ຈະດຳເນີນການພົບປະຂັ້ນນັກວິຊາການ ກ່ຽວກັບ ສະພາບການໃນແຫລມເກົາຫລີ ​ໃນ​ວັນ​ທີ 19/6 ຈະ​ມາ​ເຖິງ​ຢູ່​ວໍ​ຊິງ​ຕັນ. ນີ້​ແມ່ນ​ການ​ປະຊຸມ​ຂັ້ນສູງ​ສາມ​ຝ່າຍ​ຄັ້ງທຳ​ອິດ​ນັບ​ແຕ່ ສປປ ​ເກົາຫລີ ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍຄັ້ງທີ 3 ​ເມື່ອ​ເດືອ​ນ 2/2013. ທ່ານ Glyn Davies ທູດ​ພິ​ເສດ​ອາ​ເມ​ລິ​ກາ ຮັບຜິດຊອບ​ບັນຫາ ສປປ ​ເກົາຫລີ ຈະ​ເປັນ​ປະທານ​ການ​ພົບ​ປະຄັ້ງນີ້ ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງສປປ ​ເກົາຫລີ . ຄາດ​ວ່າ, ທ່ານ Davies ຈະ​ພົບ​ປະ​ສອງ​ຝ່າຍ​ກັບ​ຄູ່​ຕຳ​ແໜ່​ງຍີ່ປຸ່ນ ​ແລະ ສ​ເກົາຫລີ ​ໃນ​ວັນ​ທີ 18/6. ກ່ອນ​ໜ້ານັ້ນ, ​ເຈົ້າໜ້າ​ທີ່​ຍີ່ປຸ່ນ ທ່ານ​ໜຶ່ງ​ກໍ່​ໃຫ້​ຮູ້​ວ່າ: ​ໃນ​ການ​ພົບ​ປະຄັ້ງຈະ​ມາ​ເຖິງ​ນີ້, ຜູ້ຕາງໜ້າ​ສາມ​ປະ​ເທດ​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ສາມາດ​ຈັດການ​ປະຊຸມ​ຂັ້ນລັດຖະມົນຕີ​ການຕ່າງປະ​ເທດ ຢູ່​ນອກ​ກອງ​ປະຊຸມຄັ້ງຕ່າງໆ ​ໂດຍສະຫະ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ຈັດ​ຂຶ້ນ​ຢູ່​ບຣູ​ໄນ ​ໃນ​​ເດືອນ 7/2013 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ