(vovworld) – ນັກຂ່າວວິທະຍຸກະຈາຍສຽງຫວຽດນາມປະຈຳ ອີຢິບໃຫ້ຂ່າວວ່າ: ສະຖານທູດຫວຽດນາມປະຈຳ ອີຢິບ ສົມທົບກັບສະມາຄົມນັກສຶກສາຫວຽດນາມຫາກໍຈັດຕັ້ງວັນວັດທະນະທຳຫວຽດນາມທີ່ນະຄອງຫຼວງ ກາຍໂຣ. ການເຄື່ອນໄຫວນີ້ ຖືກດຳເນີນໃນຂອບເຂດສັບປະດາພົວປະແລກປ່ຽນວັດທະນະທຳນັກສຶກສາຕ່າງປະເທດຢູ່ ອີຢິບ, ໂດຍກະຊວງເໜືອມະຫາວິທະຍາໄລຂອງ ປະເທດນີ້ເປັນເຈົ້າພາບຈັດຕັ້ງ ດ້ວຍການເຂົ້າຮ່ວມຂອງນັກສຶກສາ 10 ປະເທດໃນໂລກ. ດ້ວຍຫົວຂໍ້ວ່າ “ວັດທະນະທຳຫວຽດນາມຢູ່ ກາຍໂຣ”. ຈຸດປະສົງຂອງການພົບປະແລກປ່ຽນແມ່ນເພື່ອແນໃສ່ແນະນຳກັບເພື່ອນມິດສາກົນ, ໂດຍສະເພາະແມ່ນປະຊາຊົນ ອີຢິບ ເວົ້າສະເພາະ ແລະ ປະຊາຊົນບັນດາປະເທດ ອາຣັບ ເວົ້າລວມກ່ຽວກັບປະຫວັດສາດ ແລະ ບັນດາວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາດຫວຽດນາມ. ນັກສຶກສາ ເຈີນແທງເລ, ສະມາຊິກໃນຄະນະຈັດຕັ້ງເວົ້າວ່າ:
“ການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳໄດ້ມີມາແຕ່ດົນນານແລ້ວ, ແຕ່ວ່ານີ້ເປັນຄັ້ງທຳອິດທີ່ນັກສຶກສາຫວຽດນາມເຂົ້າຮ່ວມ ເພື່ອໂຄສະນາເຜິຍແຜ່ວັດທະນະທຳຂອງປະເທດຕົນໃຫ້ແກ່ເພື່ອນມິດສາກົນ. ພວກຂ້າພະເຈົ້າຢາກແນະນຳກັບເພື່ອນມິດຢູ່ໃນໂລກວ່າ, ພວກຂ້າພະເຈົ້າກໍມີພື້ນຖານວັດທະນະທຳທີ່ເປັນເອກະລັກສະເພາະ, ຫວຽດນາມແມ່ນປະເທດມີມູນເຊື້ອວັດທະນະທຳມີມາແຕ່ດຶກດຳປັນ, ມີບັນດາຜະລິດຕະພັນວັດທະນະທຳທີ່ເປັນເອກະລັກສະເພາະຄື: ຊຸດເສື້ອຍາວ, ພິນສາຍດຽວ ຫຼືບັນດາອາຫານການກິນ...”
ການພົບປະແລກປ່ຽນໄດ້ເປັນຂີດໝາຍທີ່ມີຕໍ່ຜູ້ມາຊົມ ກ່ຽວກັບລັກສະນະວັດທະນະທຳສະເພາະຂອງຫວຽດນາມ. ນັກສຶກສາ Reham, ສັງກັດມະຫາວິທະຍາໄລ Aih Shams ເວົ້າວ່າ:
“ຂ້າພະເຈົ້າມີຄວາມປະທັບໃຈຢ່າງແທ້ຈິງ ກ່ຽວກັບຄວາມງາມດ້ານວັດທະນະທຳຫວຽດນາມ, ນີ້ເປັນຄັ້ງທຳອິດຂ້າພະເຈົ້າ ເຂົ້າຮ່ວມບັນຍາກາດວັດທະນະທຳທີ່ດຶງດູດໃຈຄືແນວນັ້ນ. ສຽງຂອງພິນສາຍດຽວ ຂອງພວກເພື່ອນໄດ້ເຮັດໃຫ້ພວກຂ້າພະເຈົ້າມີຄວາມຮູ້ສຶກພິເສດ, ຂ້າພະເຈົ້າຮູ້ສືກປະທັບໃຈຫຼາຍຕໍ່ການສະແດງນີ້”