ການພົວພັນດ້ານການຄ້າຫວຽດນາມ - ສ.ເຊັກໂກມີສັນຍານດີຂຶ້ນ

(VOVWORLD) -ອົງການການຄ້າຫວຽດນາມ ປະຈຳສ.ເຊັກໂກ ໄດ້ຄັດຕົວເລກຫຼ້າສຸດຂອງກົມສະຖິຕິສ.ເຊັກໂກ ຊີ້ໃຫ້ເຫັນບັນດາສັນຍານດີຂຶ້ນກ່ຽວກັບວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມ - ສ.ເຊັກໂກ.

ຕາມນັ້ນແລ້ວ, ໃນ 5 ເດືອນຕົ້ນປີ 2018, ວົງເງິນຂາອອກ, ຂາເຂົ້າລະຫວ່າງ 2 ປະເທດບັນລຸເກືອບ 464,5 ລ້ານ USD, ເພີ່ມຂຶ້ນ 15,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017. ສິນຄ້າຫວຽດນາມ ສົ່ງໄປຍັງສ.ເຊັກໂກ ຕົ້ນຕໍແມ່ນສິນໃນນ້ຳ, ຜະລິດຕະພັນກະເສດ ສະບຽງອາຫານ, ຊາ, ກາເຟ, ເກີບໜັງ… ບັນດາຜະລິດຕະພັນບັນລຸວົງເງິນສູງທີ່ສຸດແມ່ນບັນດາເຄື່ອງອຸປະກອບເອເລັກໂຕນິກ ບັນລຸກວ່າ 140 ລ້ານ USD, ເກີບໜັງ ແລະ ບັນດາຜະລິດຕະພັນນອນໃນໝວດສິນຄ້ານີ້ບັນລຸກວ່າ 110 ລ້ານ USD…

        ປະຈຸບັນ, ສ.ເຊັກໂກ ປາດຖະໜາຢາກຊຸກຍູ້ການຮ່ວມມື, ລົງທຶນລະຫວ່າງວິສາຫະກິດຂອງ 2 ປະເທດໃນບັນດາຂົງເຂດຄື: ການປົກປັກຮັກສາສິ່ງແວດລ້ອມ, ເຕັກໂນໂລຊີຂຸດຄົ້ນໂລຫະ, ເຕັກໂນໂລຊີກໍ່ສ້າງ, ທາດເຄມີ… ພິເສດແມ່ນເຕັກໂນໂລຊີຊີວະສາດ ແລະ ນາໂນ.

ຕອບກັບ

ຂ່າວ/ບົດ​ອື່ນ