ການພົວພັນຫວຽດນາມ - ສິງກະໂປ ພວມພັດທະນາ ຢ່າງແຮງໃນທຸກຂົງເຂດ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບ
ທ່ານອະດີດນາຍົກລັດຖະມົນຕີ ສິງກະໂປ Goh Chok Tong
(ພາບປະກອບ)
(vovworld) – ໂດຍຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ, ທ່ານອະດີດນາຍົກລັດຖະມົນຕີ ສິງກະໂປ Goh Chok Tong ໄດ້ມາຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 23 - 26/09. ການຢ້ຽມຢາມຄັ້ງນີ້ແມ່ນການເຄື່ອນໄຫວສືບຕໍ່ບັນດາການຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີສິງກະໂປ ເມື່ອປີ 2012 ແລະ ຂອງທ່ານນາຍົກລັດຖະມົນຕີສິງກະໂປ ເມື່ອປີ 2013. ການຢ້ຽມຢາມໄດ້ເປັນຂີດໝາຍພັດທະນາໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ສິງກະໂປ. ການຢ້ຽມຢາມຫວຽດນາມ ຂອງທ່ານລັດຖະມົນຕີ ກິຕິມະສັກຂັ້ນສູງ Goh Chok Tong ເປັນເຫດການທີ່ມີຄວາມໝາຍສຳຄັນໃນການພົວພັນລະຫວ່າງ 2 ປະເທດໃນປີ 2014, ປະກອບສ່ວນຊຸກຍູ້ ແລະ ປຸກລະດົມການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ, ກໍ່ຄືປະກອບສ່ວນຊຸກຍູ້ຄວາມຕິດພັນຢ່າງແໜ້ນແຟ້ນກວ່າໃນປະຊາຄົມອາຊຽນ .